ຊ່ວຍແຊ ແມ່ບໍ່ມີເງີນຈ້າງທະນາຍຄືລູກສາວທັງສອງ ຈຶງໄດ້ແຕ່ອອກມາຂໍແຮງຈາກສື່ອອນລາຍຊ່ວຍຕື່ມ

ຍ້ອນເປັນລູກຜູ້ທີ່ໜຶ່ງ ແລະຜູ້ທີ່ສອງ ແລະຍ້ອນຄວາມຮັກອັນບໍລິສຸດຕໍ່ລູກ ແມ່ຈິ່ງໄສ່ຊື່ລູກທັງສອງວ່າ: ແກ້ວ ແລະ ຄຳ. ແຕ່ສຸດທ້າຍລູກທັງສອງກະເປັນຄົນທໍລະຍົດຕໍ່ແມ່ສໍ້ໂກງເອົາມູນ ແລະ ປ່ອຍໃຫ້ແມ່ຕ້ອງກິນເຂົ້າກັບນໍ້າຕາ😥
ແມ່ລຽງລູກດ້ວຍຄວາມຮັກອັນບໍລິສຸດ ລ້ຽງດ້ວຍຄວາມທະນຸທະໜອມທຸກຢ່າງເພື່ອໃຫ້ເຈົ້າເຕີບໃຫຍ່ ເພື່ອຫວັງວ່າຈະໄດ້ເພິ່ງພາອາໄສເບິ່ງແຍງລ້ຽງດູ ໃນຍາມແມ່ແກ່ເຖົ້າ. ພໍລູກເຕີບໃຫຍ່ ແມ່ບໍ່ຄິດບໍ່ຝັນເລີຍວ່າ ລູກຈະເປັນຄົນທໍລະຍົດ ນອກຈາກບໍ່ລ້ຽງດູເບິ່ງແຍງແມ່ແລ້ວ ຍັງມາສໍ້ໂກງເອົາມູນມັງທີ່ພໍ່ກັບແມ່ຫາມາດ້ວຍເຮື່ອແຮງ ແລະຄວາມຊື່ສັດຕໍ່ພັກຕໍ່ລັດ.

ປະຈຸບັນພວກເຈົ້າ; ນາງແກ້ວ ກໍ່ຢູ່ວຽງຈັນເຮັດຖຸລະກິດໃຫຍ່ໂຕ ມີເງີນມີຄຳ ແລະນາງຄຳ ກໍ່ແຕ່ງງານກັບຄົນອາເມລິກາ ແລະຢູ່ອາເມລິກາ ດ້ວຍຄວາມສະໜຸກສຸກສະບາຍ ເປັນຫຍັງພວກເຈົ້າຈິ່ງມາສໍ້ໂກງເອົາສິ່ງສຸດທ້າຍທີ່ແມ່ເຫລືອຢູ່ກໍ່ຄືດິນມູນທີ່ແມ່ກັບພໍ່ສ້າງມາ😢. ຍ້ອນມັນເປັນຂອງແມ່ເຖົ້າ ແມ່ເຖົ້າຈະສູ້ສຸດຄວາມສາມາດເພື່ອໃຫ້ໄດ້ສິດຄືນມາ 😢

ແມ່ເຖົ້າໄດ້ຮັບໝາຍຮຽກໃຫ້ໄປຟັງຄຳຕັດສິນຢູ່ສານພາກກາງ ໃນວັນທີ 26 ນີ້. ຂໍຟາກໃຫ້ ພໍ່ແມ່ພີ່ນ້ອງ ແລະ ສັງຄົມຕິດຕາມນໍາກັນວ່າຜົນມັນຊິອອກມາຈັງໃດ ຈະມີຄວາມເປັນທຳໃຫ້ແມ່ເຖົ້າບໍ? ຫລືຈະຕັດສິນໃຫ້ເຈົ້າຂອງມູນແທ້ໆບໍ່ໄດ້ຫຍັງບໍ?
ແມ່ເຖົ້າກະບໍ່ຄິດບໍ່ຝັນມາກ່ອນວ່າຈະມາຂື້ນສານຕອນແກ່ຊາລາ ແລະຕໍ່ສູ້ກັບລູກທີ່ລ້ຽງມາດ້ວຍຄວາມຮັກອັນບໍລິສຸດ. ຈັກແມ່ນເປັນເວນເປັນກຳຫຍັງຂອງແມ່ເຖົ້າ😢

ຫລັງການຕັດສິນແລ້ວແມ່ເຖົ້າຈະອອກມາແຈ້ງໃຫ້ພີ່ນ້ອງ ແລະສັງຄົມຮັບຮູ້ອີກຄັ້ງກ່ຽວກັບຜົນການຕັດສິນ. ແມ່ເຖົ້າກະບໍ່ຢາກປະຈານເລື່ອງພາຍໃນຄອບຄົວຕົນເອງດອກ ແຕ່ແມ່ເຖົ້າບໍ່ມີທາງອອກແທ້ໆ ແລະບໍ່ມີເງີນຈ້າງທະນາຍຄືລູກສາວທັງສອງ ຈຶງໄດ້ແຕ່ອອກມາຂໍແຮງຈາກສື່ອອນລາຍຊ່ວຍຕື່ມ ເພື່ອຈະໄປຮອດໜ່ວຍງານທີ່ກ່ຽວຂອງເພື່ອຈະໃຫ້ຄວາມເປັນທຳກັບແມ່ເຖົ້າ. ສານປະຊາຊົນສູງສຸດແຫ່ງ ສປປ ລາວ The People’s Supreme Court Lao PDR ກົດຫມາຍ ແຫ່ງ ສປປ ລາວ ກົດໝາຍແຫ່ງ ສ ປ ປ ລາວ ສະພາກົດໝາຍ ແຫ່ງ ສ ປ ປ ລາວ
ບົວຊອຍ ພົມສະຫວັດ
ທີ່ມາ
