ແຈ້ງການ

ແຈ້ງການດ່ວນ ແຊຣ໌ຕໍ່ໆ ໃຜຖືກເລກ ເສຍອາກອນ 5% ຂອງລາຍໄດ້ທັງໝົດ

ເພື່ອຮັບປະກັນໃຫ້ການເສຍອາກອນລາຍໄດ້ ຈາກການຖືກຫວຍເປັນເງິນ ຫຼື ວັດຖຸ ຖືກຈັດຕັ້ງປະຕິບັດ ຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ເວົ້າລວມ ເວົ້າສະເພາະ ຢູ່ພາຍ ໃນແຂວງ ບໍ່ແກ້ວ.

ໃນວັນທີ​ 10​ ສິງຫາ​ 2021​ ສ່ວຍສາອາກອນປະຈຳແຂວງ ບໍ່ແກ້ວ ໄດ້ອອກແຈ້ງການ​ ມາຍັງບັນດາທ່ານ ຢູ່ໃນຂອບເຂດແຂວງ ບໍ່ແກ້ວ ຊາບວ່າ: ນັບແຕ່ນີ້ເປັນຕົ້ນໄປ ແມ່ນຈະໄດ້ຄິດໄລ່, ຫັກອາກອນລາຍໄດ້ ນຳບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຖືກຫວຍເປັນເງິນ ຫຼື ວັດຖຸ ມອບເຂົ້າງົບປະມານຂອງລັດ ຕາມລະບຽບກົດໝາຍກຳນົດໄວ້ ດັ່ງລຸ່ມນີ້:

1. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຖືກຫວຍເປັນເງິນ ຫຼື ວັດຖຸ ຕ້ອງໄດ້ເສຍອາກອນລາຍໄດ້ 5% ຂອງລາຍໄດ້ທັງໝົດ ຈາກການຖືກຫວຍ (ຈຳນວນເງິນລາງວັນຖືກຫວຍທັງໝົດ).​

2. ມອບໃຫ້ສາຂາ ຫຼື ຕົວແທນ ຈຳໜ່າຍໃບຫວຍປະເພດຕ່າງໆ ຢູ່ພາຍໃນແຂວງບໍ່ແກ້ວ ເປັນຜູ້ຄິດໄລ່, ຫັກ ອາກອນໄວ້ຈາກຜູ້ທີ່ຖືກຫວຍໃນແຕ່ລະຄັ້ງ, ແລ້ວສັງລວມ ແລະ ແຈ້ງ-ມອບຈຳນວນເງິນທີ່ຫັກໄວ້ ຕໍ່ເຈົ້າໜ້າທີ່ສ່ວຍສາອາກອນທີ່ຕົນຂຶ້ນກັບ ໃຫ້ຄົບຖ້ວນ ກ່ອນວັນທີ 20 ຂອງເດືອນຖັດໄປ ໝາຍວ່າ ເດືອນໜຶ່ງແຈ້ງ-ມອບ 01 ຄັ້ງ.​

3. ກໍລະນີ ບໍ່ຄິດໄລ່ ແລະ ຫັກອາກອນລາຍໄດ້ນັ້ນ ສາຂາ ຫຼື ຕົວແທນຈຳໜ່າຍໃບຫວຍ ກໍ່ຕ້ອງຮັບຜິດຊອບຈ່າຍແທນ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button