ຂ່າວຕ່າງປະເທດ
ອັງກິດ ອະນຸມັດສັກວັກຊີນ ໃຫ້ເດັກນ້ອຍອາຍຸ 12-17 ປີ

ອີງຕາມການລາຍງານຂ່າວຕ່າງປະເທດ ວັນທີ 17 ສິງຫາ 2021 ຜ່ານມານີ້ , ອົງການຄວບຄຸມ ຜະລິດຕະພັນການຢາ ແລະ ຜະລິດຕະພັນເພື່ອສຸຂະພາບ (MHRA) ຂອງ ອັງກິດ ໃຫ້ຮູ້ວ່າ: ໄດ້ອະນຸມັດການສັກຢາວັກຊິນປ້ອງກັນ ພະຍາດ ໂຄວິດ-19 ຂອງ ໂມເດິນນາ ສຳລັບເດັກນ້ອຍອາຍຸ 12-17 ປີ.

ຂ່າວລະບຸວ່າ: ວັກຊິນຂອງ ໂມເດິນນາ ມີຄວາມປອດໄພ ແລະ ມີປະສິດທິພາບໃນກຸ່ມອາຍຸນີ້ ເຖິງວ່າເດັກນ້ອຍສ່ວນໃຫຍ່ຈະມີອາການບໍ່ຮຸນແຮງ ຫຼື ບໍ່ມີອາການໃດໆ ເມືອຕິດເຊື້ອໂຄວິດ-19 ແຕ່ຍັງສາມາດແຜ່ເຊື້ອໄດ້ ແລະ ບາງຄົນ ຍັງມີຄວາມສ່ຽງ ທີ່ຈະມີອາການປ່ວຍໜັກ.

ໃນເດືອນກໍລະກົດ ຜ່ານມາ, ອົງການຜະລິດຕະພັນການຢາຂອງເອີຣົບ ໄດ້ແນະນໍາໃຫ້ນໍາໃຊ້ວັກຊີນ ໂມເດິນນາ ສໍາລັບກຸ່ມໄວໜຸ່ມ, ໃນຂະນະທີອາເມລິກາຍັງລໍຖ້າການອະນຸມັດຢູ່. ກ່ອນໜ້ານີ້, ອັງກິດ ສັກວັກຊີນ ໂມເດິນນາ ໃຫ້ກັບກຸ່ມຜູ້ທີ່ມີອາຍຸ 18 ປີຂຶ້ນໄປ.
ຂໍ້ມູນຈາກ
