ຂ່າວທົ່ວໄປ

ຂ່າວດີ ມື້ນີ້ຜູ້ຕິດເຊື້ອຫາຍດີໃໝ່ 600 ຄົນ

ຄະນະສະເພາະກິດແຈ້ງຂ່າວ “ວັນນີ້ 21 ສິງຫາ 2021, ມື້ຜ່ານມາໄດ້ກວດວິເຄາະທັງໝົດ 2.753 ຕົວຢ່າງ.”

(1). ຜົນການວິໄຈພົບຜູ້ຕິດເຊື້ອ COVID-19 ຈຳນວນ ( + 411 ) ກໍລະນີ, “( + 385 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ (+ 26 ) ກໍລະນີຊຸມຊົນທີ່ໄດ້ມີການສຳພັດກັບຜູ້ຕິດເຊື້ອຜ່ານມາ ແລະ ລວມສະຖິຕິຜູ້ຕິດເຊື້ອທັງໝົດ ( 12,164 ) ກໍລະນີ:

1. ນະຄອນຫຼວງວຽງຈັນ (+ 54 ) ກໍລະນີທີ່ປະກອບດ້ວຍ “(+ 52 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ ( + 02 ) ກໍລະນີຊູມຊົນ ທີ່ໄກ້ສິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ, ຈາກຈຳນວນການວິເຄາະທັງໝົດ 748 ຕົວຢ່າງ,

2. ແຂວງບໍແກ້ວ (+ 18 ) ກໍລະນີຊຸມຊົນ (ເມືອງຕົ້ນເຜີ້ງ),

3. ແຂວງອຸດົມໄຊ (+ 02 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ,

4. ແຂວງໄຊຍະບູລີ (+ 08 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ,

5. ແຂວງຄຳມ່ວນ (+ 61 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ,

6. ແຂວງສາລະວັນ (+ 09 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ,

7. ແຂວງສະຫວັນນະເຂດ ( + 100 ) ກໍລະນີ ” ( + 95 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ ( + 05 ) ກໍລະນີຊູມຊົນທີ່ໄກ້ສິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ, ຈາກຈຳນວນການວິເຄາະທັງໝົດ 343 ຕົວຢ່າງ,

8. ແຂວງຈຳປາສັກ ( + 159 ) ກໍລະນີ ” ( + 158 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ ( + 01 ) ກໍລະນີຊູມຊົນທີ່ໄກ້ສິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ, ຈາກຈຳນວນການວິເຄາະທັງໝົດ 785 ຕົວຢ່າງ;

(2). ລວມຍອດຜູ້ທີ່ຍັງຮັບການປິ່ນປົວ ( 4,415 ) ກໍລະນີ;

(3). ປິ່ນປົວຫາຍດີວັນນີ້ ( – 600 ) ກໍລະນີ ແລະ ລວມສະຖິຕິຜູ້ທີ່ປິ່ນປົວຫາຍດີທັງໝົດ ແລະ ອອກຈາກໂຮງໝໍແລ້ວຈຳນວນ ( 7,738) ກໍລະນີ;

(4). ເສຍຊີວິດ (+ 00 ) ກໍລະນີ (ໃໝ່) ແລະ ລວມສະຖິຕິຈຳນວນຜູ້ເສັຍຊີວິດ ( 11 ) ກໍລະນີ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button