ຂ່າວທົ່ວໄປ

ນະຄອນຫລວງວຽງຈັນ ຂຶ້ນບັນຊີເປົ້້າຫມາຍ 9.000 ກວ່າເປົ້າຫມາຍ

ນະຄອນຫລວງວຽງຈັນ ຂຶ້ນບັນຊີເປົ້້າຫມາຍ ພົວພັນກັບຢາເສບຕິດ 9.000 ກວ່າເປົ້າຫມາຍ

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽຈັນ ລາຍງານຢູ່ກອງປະຊຸມຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ໃນວັນທີ 20 ສິງຫາ​ 2021 ວ່າ:

ປັດຈຸບັນ ນະຄອນຫລວງວຽງຈັນ ໄດ້ສໍາເລັດການຂຶ້ນບັນຊີເປົ້າຫມາຍ ພົວພັນກັບຢາເສບຕິດ ມີເຖິງ 9.000 ກວ່າເປົ້າຫມາຍ (ລວມມີເປົ້າຫມາຍຄ້າຂາຍຢາເສບຕິດລາຍໃຫຍ່, ລາຍກາງ ແລະ ລາຍຍ່ອຍ ແລະ ເປົ້າຫມາຍເສບຢາເສບຕິດ), ເປົ້າຫມາຍທີ່ເປັນບ່ອນອໍານວຍຄວາມສະດວກ ແລະ ບ່ອນມົ້ວສຸມ 221 ຈຸດ. ສໍາລັບສູນບໍາບັດ ແລະ ປິ່ນຜູ້ຕິດຢາເສບຕິດ 1 ແຫ່ງ ປັດຈຸບັນມີຜູ້ເຂົ້າປິ່ນປົວຈຳນວນ 1.139 ຄົນ, ຍິງ 51 ຄົນ ( ເກີນຄວາມສາມາດຮອງຮັບຂອງສູນ ສາມາດຮັບໄດ້ພຽງແຕ່ 350-500 ຄົນ ), ແພດປິ່ນປົວ, ຢາຮັກສາກໍ່ຂາດເຂີນບໍ່ພຽງພໍ;

ນອກນັ້ນ ຍັງມີສູນສັງຄົມສົງເຄາະ ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ຄຸ້ມ ຄອງ ມີຜູ້ທີ່ເປັນບ້າໃບ້ເສຍຈິດ ຈາກການເສບຢາຕິດຢູ່ນໍາຈໍານວນຫນຶ່ງ; ຢາເສບຕິດ ນອກຈາກເປັນຮາກເຫງົ້າຂອງການເກີດປະກົດການຫຍໍ້ທໍ້ ແລະ ອາດຊະຍາກໍາທາງອາຍາຕ່າງໆ ໃນສັງຄົມແລ້ວ, ຜູ້ເສບຢາສ່ວນຫລາຍແມ່ນເປັນຄົນຮຸ່ນຫນຸ່ມ ບໍ່ໄດ້ຮັບການສຶກສາ ເຮັດໃຫ້ຂາດກໍາລັງການຜະລິດທີ່ສໍາຄັນ ຂອງປະເທດ.

ເຈົ້າຄອງນະຄອນຫລວງວຽງຈັນ ຍັງໃຫ້ຮູ້ກ່ຽວກັບແຜນຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງອົງຄະນະພັກ-ອົງການປົກ ຄອງນະຄອນຫລວງວຽງຈັນ ແມ່ນສຸມໃສ່ຈັດຕັ້ງປະຕິບັດ 3 ຫລັກການ, 2 ຍຶດຫມັ້ນ, 2 ມາດຕະການ ແລະ 3 ຕ້ານ ຕາມທີ່ໄດ້ລະບຸໄວ້ ໃນຄໍາສັ່ງ ຂອງກົມການເມືອງສູນ ກາງພັກ ສະບັບເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ແລະ ທິດນໍາຂອງລັດຖະບານ, ໂດຍກໍານົດອອກເປັນ 6 ຄາດຫມາຍ ແລະ 6 ແຜນວຽກຈຸດສຸມ/ມາດຕະການຈັດຕັ້ງປະຕິບັດ.

ຂ່າວ: ມົດແດງນ້ອຍ,​ Lao​ National​ Radio

ຂໍ້ມູນ​ຈາກ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button