ຄຸນປະໂຫຍດຂອງຫອມປ້ອມ

ຜັກຫອມປ້ອມເປັນຜັກສະໝຸນໄພທີ່ພວກເຮົາຮູ້ຈັກເປັນຢ່າງດີ ຊຶ່ງມີກິ່ນຫອມເປັນເອກະລັກທີ່ຫຼາຍຄົນນິຍົມນຳມາໂຮຍໜ້າອາຫານເຮັດໃຫ້ອາຫານມີກິ່ນຫອມ ແລະແຊບ

ນອກຈາກນີ້ຜັກຫອມປ້ອມຍັງມີປະໂຫຍດ ແລະສັບພະຄຸນເປັນຢ່າງດີຕໍ່ຮ່າງກາຍຫຼາຍກວ່າທີ່ທ່ານຄິດ.

ໃບ: ຊ່ວຍບຳລຸງທາດໃນຮ່າງກາຍແກ້ອາການຢາກນໍ້າ, ແກ້ໄອ, ແກ້ຫວັດ, ບັນເທົາອາການ ປວດຮາກ, ຮາກ, ແກ້ອາການເຈັບຫົວ, ຮັກສາອາການອາຫານເປັນພິດ ແລະຊ່ວຍຫຼຸດລະດັບນໍ້າຕານໃນເລືອດ.

ແກ່ນ: ແກ້ປວດແຂ້ວ, ຮັກສາແຜໃນປາກ ແລະຍັງສາມາດແກ້ທ້ອງບິດ, ແກ້ຖ່າຍເປັນເລືອດ, ຖ່າຍເປັນມູກ, ແກ້ລິດສິດວງ ແລະບັນເທົາອາການທ້ອງອືດຍື່ງທ້ອງ ໄດ້ດ້ວຍ.

ຮາກ: ໃຊ້ເປັນຢາຊ່ວຍຂັບພິດໄຂ້, ໝາກສຸກໝາກໄສ ແລະຮັກສາຂີ້ຫິດ.

ນອກຈາກນັ້ນຍັງມີປະໂຫຍດ ຕ້ານອະນຸມູນອິດສະຫຼະ, ກະຕຸ້ນການເຮັດວຽກຂອງກະເພາະອາຫານ ແລະລຳໄສ້, ຫຼຸດສ່ຽງໂລກມະເຮັງ, ຕ້ານອາການອັກເສບ, ບຳລຸງສາຍຕາເປັນຕົ້ນ.

About admin

Check Also

ສູດລັບ ການອອມເງິນຂອງຊາວຍີ່ປຸ່ນ ສືບທອດກັນມາ 117 ປີ

ຖ້າເວົ້າເລື່ອງການອອມເງິນແລ້ວ ນອກຈາກເຢຍລະມັນ ແລະຈີນແລ້ວ ຜູ້ຄົນໃນປະເທດຍີ່ປຸ່ນ ກໍມີວິທີການອອມເງິນທີ່ໜ້າສົນໃຈເຊັ່ນດຽວກັນ..ສູດການອອມເງິນນີ້ ສືບທອດກັນມາແລ້ວ ກວ່າ 117 ປີ ເຄັດລັບທີ່ວ່ານີ້ ກໍຄື คือ “Kakeibo” (ຄະເຄໂບະ) ມີຄວາມໝາຍວ່າ …

Leave a Reply

Your email address will not be published. Required fields are marked *