ເຕົາລີດໄໝ້ ແກ້ດ້ວຍ 4 ສິ່ງນີ້:
ວິທີທີ່ 1
ສິ່ງທີ່ຕ້ອງກຽມ
1. ເກືອ
2. ແຜ່ນໄມ້
ວິທີເຮັດ:
1. ນຳເອົາເກືອວາງເທິງແຜ່ນໄມ້
2. ນຳເຕົາລີດໄປລີດເທິງເກືອຈົນກວ່າຄາບໄໝ້ທີ່ຕິດຕາມ ຮູເຕົາລີດໄອນ້ຳມັນຫຼຸດອອກຈົນໝົດ
ວິທີທີ່ 2
ສິ່ງທີ່ຕ້ອງກຽມ
1. ທຽນໄຂ
ວິທີເຮັດ:
1. ນຳທຽນໄຂມາຖູກັບເຕົາລີດຮ້ອນໆ
2. ຈາກນັ້ນເມື່ອທຽນລະລາຍແລ້ວເຊັດອອກ (ເຮັດໃຫ້ເຕົາລີດ ລີດໄດ້ລຽບຂຶ້ນອີກດ້ວຍ)
ວິທີທີ່ 3
ສິ່ງທີ່ຕ້ອງກຽມ
1. ໃບຕອງ
ວິທີເຮັດ:
1. ນຳເຕົາລີດໄປລີດເທິງໃບຕອງ
2. ຖູເຕົາລີດໄປມາຈົນໃບຕອງເກືອບໄໝ້ (ເຮັດໃຫ້ເຕົາລີດມື່ນຂຶ້ນອີກດ້ວຍ)
ວິທີທີ່ 4
ສິ່ງທີ່ຕ້ອງກຽມ
1. ຢາຖູແຂ້ວ
2. ຜ້າຈຸ່ມນ້ຳ
ວິທີເຮັດ:
1. ນຳຢາຖູແຂ້ວທາເທິງເຕົາລີດ
2. ລໍຖ້າໃຫ້ເຕົາລີດຮ້ອນຈົນຢາຖູແຂ້ວທີ່ທາໄວ້ໄໝ້
3. ຈາກນັ້ນລໍຖ້າເຕົາລີດເຢັນ
4. ນຳຜ້າຈຸ່ມນ້ຳມາເຊັດອອກ
ຫຼັງຈາກທີ່ໄດ້ອ່ານແລ້ວ ໃຜທີ່ກຳລັງພັບບັນຫາຢູ່ ທີ່ເຕົາລີດມີຮອຍໄໝ້ກໍລອງນຳວິທີຂ້າງເທິງໄປເຮັດຕາມເບິ່ງ ມີຕັ້ງ 4 ວິທີກໍລອງເລືອກໃຊ້ຈັກ 1 ວິທີ ຫລື ຈະທົດລອງຫຼາຍໆວິທີກໍໄດ້ ຈາກນັ້ນກໍຖ້າເບິ່ງຜົນຮັບໄດ້ເລີຍ!!