ຊົມເຊີຍ ແພດໝໍເກັ່ງຫລາຍ

ຊົມເຊີຍຜົນສຳເລັດຂອງທີມຜ່າຕັດແລະໝໍທຳມືນຢາສະຫຼົບແລະແພດເດັກທີ່ ຊ່ວຍຜ່າຕັດຊ່ວຍເກີດລູກ ແລະ ຊ່ວຍເກີດລູກທຳມະຊາດຜູ້ຍີງຖືພາທີ່ຕິດເຊື້ອໂຄວິດ ຢ່າງປອດໄພ

ໃນວັນທີ 24 ສີງຫາ 2021 ທີມງານແພດຜ່າຕັດສູນໂພນທອງ ສົມທົບກັບ ທີມຜ່າຕັດທີ່ປະຈຳການໂຮງໝໍພາກສະໝາມການເງີນພາກໃຕ້, ໝໍທຳມືນຢາສະຫຼົບ ແລະ ໝໍເດັກ ໄດ້ທຳການຜ່າຕັດຊ່ວຍເກີດລູກ,

ກໍລະນີທີ1
ຜ່າຕັດຊ່ວຍເກີດລູກ(ຮອຍຜ່າຕັດເກົ່າ) ແມ່ຍີງຖືພາ 35ອາທິດ ລູກຜູ້ທີ 2, ຮອຍປາດເກົ່າ , ຕິດເຊື້ອໂຄວີດ ເຊີ່ງແມ່ນແຮງງານນຳເຂົ້າ ແລະ ມີຜົນສຳເລັດໄປດ້ວຍດີ ເດັກເກີດລອດ ແມ່ປອດໄພ ເດັກເກີດເພດ ຍິງ ,ນ້ຳໜັກ3000 g , ເດັກແຂງແຮງດີ

ກໍລະນີທີ2
ເກີດລູກທຳມະຊາດ ແມ່ຍິງຖືພາ35ອາທິດ ລູກຜູ້ທີ1 ຕິດເຊື້ອໂຄວີດ ເຊີ່ງແມ່ນແຮງງານນຳເຂົ້າ ແລະ ມີຜົນສຳເລັດໄປດ້ວຍດີ ເດັກເກີດລອດ ແມ່ປອດໄພ ເດັກເກີດເພດ ຍິງ, ນ້ຳໜັກ2800g ,ເດັກແຂງແຮງດີ

👉ຜົນສຳເລັດຄັ້ງນີ້ແມ່ນການຮ່ວມແຮງຮ່ວມໃຈຂອງຫລາຍພາກສ່ວນຈີ່ງສຳເລັດຜົນ ແລະ ຜ່ານໄປດ້ວຍດີ ຂໍຊົມເຊີຍຜົນງານຂອງທີມແພດ
👏👏👏👏👏👍👍👍👍


:ໂດຍ ດຣ ຄຳພະສຸກ ບົວເຄນ