ຂ່າວທົ່ວໄປ

ພົບຄົນຈົມນ້ຳເສຍຊີວິດ ບ້ານວັງເງິນ ແຂວງຫຼວງພະບາງ

ໃນວັນທີ 24.ສິງຫາ.2021 ເວລາ 17:00ນາທີ ໄດ້ຮັບແຈ້ງເຂົ້າເບີ 0711625 ວ່າມີຄົນພົບເຫັນສົບຄົນຈົມນ້ຳ ຢູ່ທີ່ບ້ານວັງເງິນ ນະຄອນຫລວງພະບາງ

ເມື່ອທີມງານຫນ່ວຍກູ້ຊີບອົງການກາແດງລາວ ໄດ້ອອກກວດສອບພົບ​ຄົນເສຍຊີວິດເພດຍິງ​ 0​1 ຄົນ​ ສັນຊາດ​ລາວຊື່ນາງ​ ແຄນ ອາຍຸ​ 17 ປີບ້ານຢູ່ປັດຈຸບັນ ບ້ານ​ຕີນຜາ ນະຄອນຫລວງພະບາງ​ ແຂວງຫລວງພະບາງ​

ຕາມການບອກເລົ່າຂອງຍາດພີ່ນ້ອງ​ ຜູ້ເສຍຊີວິດແມ່ນຈົມນ້ຳແຕ່ວັນອາທິດ ກົງກັບວັນທີ່​ 21​ ສິງຫາ​ 2021​ ທີ່ບ້ານວັງເງິນ​ ນະຄອນຫລວງ​ພະບາງ​

ດັ່ງນັ້ນທາງທີມງານຫນ່ວຍກູ້ຊີບອົງການກາແດງລາວຈື່ງໄດ້ທຳການຫໍ່ສົບແລ້ວນຳສົ່ງສາລາວັດປ່າຊ້າບ້ານຫລັກສິບ

ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຂອງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ​ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນນນນນນ…

Related Articles

Leave a Reply

Your email address will not be published. Required fields are marked *

Back to top button