ຫຼາຍຄົນອາດເຄີຍສົງໄສວ່າເປັນຫຍັງຈິ່ງມີຮູບປັ້ນຂອງພະຍານາກ ຫຼື ວ່ານາກຢູ່ທີ່ຂອບຂັ້ນໄດ ແລະຫຼາຍໆບ່ອນໃນບໍລິເວນຂອງວັດ, ສະນັ້ນ ຄໍລ້ຳ “ວັດທະນະທຳ” ຈິ່ງໄດ້ລົງເກັບ
ກຳຂໍ້ມູນທີ່ກ່ຽວກັບເລື່ອງນີ້ ທີ່ວັດສີເມືອງເພື່ອສຳພາດ ຍາພໍ່ມະຫາໂອກາດ ເພັດສີສະນະ ວົງ ສຳນັກວັດສີເມືອງ.
ຍາພໍ່ມະຫາໂອກາດ ເພັດສີສະ ນະວົງ ເພິ່ນໃຫ້ຮູ້ວ່າ: ນາກ ຫຼື ພະ ຍານາກ ແມ່ນສັດໃນຕຳນານເຊື່ອ ວ່າຫຼາຍຄົນເຄີຍໄດ້ຍິນມາຈາກ ເຫດການຕ່າງໆ ບໍ່ວ່າຈະເປັນບັ້ງ ໄຟພະຍານາກ ໃນຄືນ 15 ຄ່ຳ ເດືອນ 11 ທີ່ມີຮ່ອງຮອຍທາງປະ ຫວັດສາດອັນຍາວນານ ລວມເຖິງ ການປັ້ນຄວັດ, ແກະສະຫຼັກເປັນ ຮູບນາກໃນວັດວາອາຮາມ ເອີ້ນ ໄດ້ວ່າເປັນຄວາມເຊື່ອທີ່ສະສົມມາ ຫຼາຍຮ້ອຍປີ ຈາກເລື່ອງລາວທີ່ ເກີດຂຶ້ນນັ້ນເຮັດໃຫ້ຫຼາຍຄົນຢາກ ຮູ້ເຖິງຄວາມເປັນຈິງວ່າມີຈິງແທ້ ຫຼື ບໍ່, ນາກ ຫຼື ພະຍານາກມີລັກສະ ນະ ເປັນງູໃຫຍ່ມີຫອນ ສັນຍະລັກ ແຫ່ງຄວາມຍິ່ງໃຫຍ່, ຄວາມອຸດົມ ສົມບູນ, ຄວາມມີວາດສະໜາ ແລະ ນາກຍັງເປັນສັນຍະລັກຂອງຂັ້ນໄດ ສາຍຮຸ້ງສູ່ຈັກກະວານ
ນາກເປັນ ເທບພະເຈົ້າແຫ່ງທ້ອງນ້ຳບາງບ່ອນ ກໍວ່າເປັນເທບພະເຈົ້າແຫ່ງທ້ອງ ຟ້າຕຳນານຄວາມເຊື່ອເລື່ອງພະ ຍານາກມີຄວາມເກົ່າແກ່ຫຼາຍບາງ ເທື່ອກໍເວົ້າໄດ້ວ່າເກີດກ່ອນທີ່ຈະມີ ພຸດທະສາສະໜາອີກ ທັງນີ້ ຈາກ ການສືບຄົ້ນໄດ້ວ່າຕຳນານພະຍາ ນາກມີຕົ້ນກຳເນີດມາຈາກອິນ ເດຍໃຕ້ເປັນປ່າໜາຕຶບ ແລະມີງູ ຫຼາກຫຼາຍຊະນິດ ແລະມີຜິດຮ້າຍ ແຮງກວ່າ ຈິ່ງເປັນສັດທີ່ມະນຸດໃຫ້ ການນັບຖືວ່າມີອຳນາດມີຄວາມ ເຊື່ອເລື່ອງພະຍານາກແພ່ຫຼາຍໃນ ພູມມິພາກຕ່າງໆໃນທົ່ວທະວີບອາ ຊີ ໂດຍໄດ້ເອີ້ນຊື່ທີ່ຕ່າງກັນໄປຕົ້ນ ກຳເນີດຄວາມເຊື່ອເລື່ອງພະຍາ ນາກຢູ່ທີ່ອິນເດຍ ມີນິຍາຍຫຼາຍ ເລື່ອງ ໂດຍສະເພາະໃນມະຫາພາບ ມະຫາພະລາຕະ ຊຶ່ງເປັນສັດຕູຂອງ ພະຍາຄຸດ. ສ່ວນວ່າໃນຕຳນານ ພຸດທະປະຫວັດກໍເລົ່າເຖິງພະຍາ ນາກໄວ້ຫຼາຍຄັ້ງດ້ວຍກັນ ຢ່າງໃດ ກໍຕາມໃນອາຊີຕາເວັນອອກສຽງ ໃຕ້ຍັງມີຕຳນານເລື່ອງພະຍານາກ ຢ່າງແພ່ຫຼາຍ ແລະປະຊາຊົນຢູ່ ຕາມແຄມແມ່ນ້ຳຂອງບາງຄົນຜູ້ ເຖົ້າຜູ້ແກ່ ກໍຍັງພາກັນເຊື່ອວ່າມີພະ ຍານາກອາໄສຢູ່ ແລະຍັງເຊື່ອວ່າ ເຄີຍມີຄົນພົບຮ່ອງຮອຍພະຍາ ນາກຂຶ້ນມາໃນວັນອອກພັນສາ ດັ່ງນັ້ນ, ຈິ່ງບໍ່ເປັນເລື່ອງປະຫຼາດ ໃຈເລີຍວ່າຢູ່ໃນວັດວາອາຮາມ ທຸກໆບ່ອນແມ່ນໄດ້ສ້າງໄວ້ເພື່ອ ເປັນສິລິມຸງຄຸນຄວາມສວຍງາມ ປະດັບດ້ວຍຮູບປັ້ນຄວັດ, ແກະສະ ຫຼັກຂອງພະຍານາກຕັ້ງແຕ່ກ່ອນ ມາເຖິງປະຈຸບັນ.
ທັງນີ້ ພະອາຈານໃຫຍ່ ໂອກາດ ຍັງໄດ້ຝາກເຖິງຜູ້ທີ່ຈະມາເຮັດບຸນ ຫຼື ມາສັກກາລະບູຊາຢູ່ທີ່ວັດສີເມືອງ ແຫ່ງນີ້ ເພື່ອສືບທອດ ແລະຮັກສາວັດທະນະທຳອັນດີງາມທີ່ເກົ່າແກ່ ຂອງຊາວພຸດທະສາສະໜາຕໍ່ໄປອີກດ້ວຍ.