ຂ່າວທົ່ວໄປ

ເຖີງມືຕຳຫຼວດລາວແລ້ວ

ເຖີງມືຕຳຫຼວດລາວແລ້ວ

ຂ່າວໄທລາຍງານວ່າ: ຕມ.ມຸກດາຫານຄຸມເຂັ້ມດ່ານຊາຍແດນ ແລະ ຊ່ອງທາງທຳມະຊາດ ພ້ອມປະສານງານກັບທາງການ ສປປ.ລາວ ໄລ່ລ່າຕົວ “ຜູ້ກຳກັບໂຈ້”

ເຈົ້າຫນ້າທີ່ ກວດຄົນເຂົ້າເມືອງ ຈັງຫວັດມຸກດາຫານ ອອກສືບສວນຫາຂ່າວ ກວດເຂັ້ມຈຸດລວມເຮືອ ແລະ ຊ່ອງທາງທຳມະຊາດທີ່ເປັນຈຸດສຸ່ມສ່ຽງຕາມແນວຊາຍແດນ ປ້ອງກັນການລັກລອມ ເຂົ້າ-ອອກ ປະເທດໂດຍຜິດກົດຫມາຍ ໂດຍສະເພາະຜູ້ຕ້ອງຫາຕາມຫມາຍຈັບຄື: ພັນຕຳຫຼວດເອກ ທິຕິສັນ ອຸດທະນະຜົນ ( พ.ต.อ.ธิติสรรค์ อุทธนผล ) ຜູ້ກຳກັບການສະຖານີຕຳຫຼວດພູທອນ ເມືອງນະຄອນສະຫວັນ ພ້ອມດ້ວຍລູກນ້ອງ ອີກຫນຶ່ງຄົນ ຮ້ອຍຕຳຫຼວດໂທ ທໍຣະນິນ ມາດສະວັນນາ ( ร.ต.ท.ธรณินทร์ มาศวรรณา) ທີ່ຍັງຫລົບຫນີການຈັບກຸມໃນຄະດີທຳຮ້າຍຮ່າງກາຍຜູ້ຕ້ອງຫາຈົນເສຍຊິວິດ.

ນອກຈາກນີ້ເຈົ້າຫນ້າທີ່ໄທຍັງໄດ້ປະສານງານກັບທາງການ ສປປ.ລາວ ຄື: ທ່ານບົວວົງ ຫົວຫນ້າດ່ານ ແລະ ທ່ານເສົາສີລາເພັດ ເມກບັງຈັນ ຮອງຫົວຫນ້າດ່ານ ຫາກພົບເຫັນບູກຄົນດັງກ່າວໃຫ້ແຈ້ງປະສານງານໃຫ້ທາງການໄທໄດ້ 24 ຊົ່ວໂມງ.

#ໄລ່ຕາມກະແສຂ່າວ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button