ຂ່າວຕ່າງປະເທດ
ດ່ວນ ອັບເດດລ່າສຸດ

ອີງຕາມຂ່າວໄທຣັດ ອອນລາຍ ຫລ້າສຸດວັນທີ 26 ສິງຫາ 2021 ນີ້ໃຫ້ຮູ້ວ່າ: ການຕິດຕາມຫາຕົວຜູ້ຕ້ອງຫາ ທີ່ພວມຫລົບໜີຄະດີ ຊື່ ທ້າວ ທິຕິສັນ ອຸທະນະຜົນ ຫລື ຜູ້ກຳກັບ ໂຈ້ ໃນ

ຂໍ້ຫາ ລົງມື ຂ້ າ ຜູ້ອື່ນໂດຍເຈຕະນາ ເຊິ່ງໜ່ວຍງານຕຳຫລວດໄທໄດ້ປະສານສົມທົບກັບຫລາຍພາກສ່ວນ ໂດຍສະເພາະເຈົ້າໜ້າທີ່ຕຳຫລວດຊາຍແດນລາວ-ໄທ ເພື່ອເປັນຫູເປັນຕາຊ່ວຍໃນການປ້ອງກັນບໍ່ໃຫ້ຫລົບເຂົ້າມາ ສປປ ລາວ ຫລື ຖ້າຫາກພົບເຫັນການຫລົບໜີເຂົ້າມາແມ່ນໃຫ້ຈັບກຸມໄວ້ ແລະ ສົ່ງຕົວກັບໂດຍດ່ວນ.

ແຕ່ຫລ້າສຸດ ໄດ້ມີລາຍງານຈາກໜ່ວຍງານຊຸດສືບສວນວ່າ: ບຸກຄົນດັ່ງກ່າວໄດ້ເອົາຕົວຫລົບໜີພົ້ນຈາກປະເທດໄທ ໄປຍັງປະເທດກຳປູເຈຍເປັນທີ່ຮຽບຮ້ອຍແລ້ວ ໂດຍຜ່ານຊ່ອງທາງທຳມະຊາດ ທີ່ຈັງຫວັດສະແກ້ວ ຊາຍແດນໄທ-ກຳປູເຈຍ.
ການນຳຈັບຕົວບຸກຄົນດັ່ງກ່າວ ພົບຄວາມຫຍຸ້ງຍາກ ແລະ ມີອຸປະສັກພໍສົມຄວນ ເນື່ອງຈາກບຸກຄົນດັ່ງກ່າວກໍເປັນເຈົ້າໜ້າທີ່ຕຳຫລວດທີ່ໄດ້ຜ່ານການຝຶກຝົນວິຊາສະເພາະທາງມາເປັນຢ່າງດີ.