ຂ່າວທົ່ວໄປ

ປະເທດການາດາ ໄດ້ອຸປະຖໍາຜ້າອັດປາກ-ດັງ​ ໃຫລາວຫຼາຍກວ່າ1,5 ລ້ານອັນ

🇨🇦 🇱🇦 ບໍລິສັດ ພຣີເມດ ຜະລິດເຄື່ອງອຸປະກອນທາງການແພດຈາກປະເທດການາດາ ໄດ້ອຸປະຖໍາຜ້າອັດປາກ-ດັງ ທີ່ມີການປ້ອງກັນແໜ້ນໜາລະດັບ3 ຫຼາຍກວ່າ1,5 ລ້ານອັນໃຫ້ກັບ ລັດຖະບານ ແຫ່ງ ສປປ ລາວ ເພື່ອສຶບຕໍ່ມາດຕາການໃນການປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ 19 ທີ່ໄດ້ລະບາດໄປທົ່ວໂລກ.

ວັນພຸດ, ວັນທີ 18 ສິງຫາ ປີ 2021 ທີ່ນະຄອນຫຼວງວຽງຈັນ, ໄດ້ມີການ ມອບ – ຮັບ, ຜ້າອັດປາກ-ດັງ ໜາສາມຊັ້ນຈຳນວນ 1,592,500 ອັນ, ລວມມູນຄ່າທັງໝົດ 225,000 ໂດລາສະຫະລັດ, ອຸປະຖໍາໂດຍບໍລິສັດ ພຣີເມດ ຜະລິດເຄື່ອງທາງການແພດ ຈໍາກັດ. ໂດຍໄດ້ຮັບການຮ່ວມມືຈາກ ລັດຖະບານປະເທດການາດາ (ຫ້ອງການສະຖານທູດການາດາປະຈໍາລາວ).

ການຈັດສົ່ງ ໜ້າກາກໃນຄັ້ງນີ້ແມ່ນໄດ້ມອບໃຫ້ກັບລັດຖະບານ ແຫ່ງ ສປປລາວ ຕາງໜ້າໃນພິທີການມອບໂດຍມີ ລັດຖະມົນຕີກະຊວງສາທາລະນະສຸກ ເຂົ້າຮ່ວມ ແລະ ຮັບເອົາຢ່າງເປັນທາງການ, ຕາງໜ້າປະທານ ບໍລິສັດ ພຣີເມດ ຜະລິດເຄື່ອງມືທາງການແພດ ຈໍາກັດ . ໂດຍ ທ່ານ. ລີໂອ ຊີ, ຮອງຜູ້ຈັດການຂອງການຜະລິດໃນອາຊີ ,ພ້ອມທັງ ທ່ານ ນາງ ເຜີງ ຈິນ ແລະ ທ່ານນາງ ຢູ ຊວນ ພີ ຈາກຈາກຫ້ອງການ ຄຸ້ມຄອງເຂດເສດຖະກິດພິເສດ ແລະ ການຄ້າ ນະຄອນຫລວງ (VITA Park) ,ສະຖານທີ່ ມອບ – ຮັບ ແມ່ນຈັດຂື້ນຢູ່ທີ່ຫ້ອງການກະຊວງສາທາລະນະສຸກໃນນະຄອນຫຼວງວຽງຈັນ.ຜ້າອັດປາກ-ດັງ ທີ່ໄດ້ອຸປະຖໍາເປັນໜ້າກາກທີ່ສາມາດປ້ອງກັນໃນລະດັບທີ່ສູງກວ່າໜ້າກາກທົ່ວໄປ, ເຊີ່ງເປັນໜ້າກາກທີ່ບຸກຄະລາກອນທາງການແພດໃສ່ໃນການປະຕິບັດໜ້າທີ່ ເພື່ອຕ້ານກັບພະຍາດລະບາດ COVID-19 ທີ່ພວມລະບາດໃນປະເທດການາດາ ແລະ ຫຼາຍປະເທດໃນທົ່ວໂລກ.

ຜ້າອັດປາກ-ດັງ ຈະຖືກນໍາໃຊ້ໂດຍສະເພາະບຸກຄະລາກອນທາງການແພດ, ເນື່ອງຈາກບຸກຄະລາກອນດັ່ງກ່າວມີຄວາມສ່ຽງສູງ ແລະ ຕ້ອງປະເຊີນໜ້າກັບ ການລະບາດຂອງພະຍາດໂຄວິດ 19 ທີ່ກັບມາລະບາດອີກຮອບສອງ,ຕະຫຼຫອດການແຜ່ລະບາດຂອງພະຍາດ COVID-19, ໃນໄລຍະທີ່ຜ່ານມາ ທາງບໍລິສັດ ພຣີເມດ ຂອງພວກເຮົາໄດ້ມຸ່ງໝັ້ນ ແລະ ປະສົບຜົນສໍາເລັດ ໃນການສ້າງຄວາມເຊື່ອຖື ແລະ ໄວ້ວາງໃຈໃນການສະໜອງ ຊຸດປ້ອງກັນ (ຊຸດPPE) ຢ່າງສະໜໍ່າສະເໝີ ແລະ ມີຄວາມປອດໄພເປັນຢ່າງດີ ໃຫ້ກັບບຸກຄະລາກອນທາງການແພດໃນທົ່ວໂລກ .“ປະເທດການາດາ ເປັນ ປະເທດທີ່ຕອບສະໜອງ ຄວາມຮຽກຮ້ອງຕ້ອງການຜະລິດຕະພັນທາງການໃຫ້ທຸກປະເທດທົ່ວໂລກ, “ທ່ານ ເດວິດ ເວຊສ໋, ປະທານ ແລະ ຜູ້ບໍລິຫານຂອງບໍລິສັດ ພຣີເມດ ຜະລິດເຄື່ຶອງທາງການແພດ ຈໍາກັດ. ກ່າວວ່າ” ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ເປັນສ່ວນໜື່ງໃນການປະກອບສ່ວນຊ່ວຍເຫຼືອ ແລະ ປົກປ້ອງພໍ່ແມ່ປະຊາຊົນບັນດາເຜົ່າ ເພື່ອໃຫ້ປອດໄພ ຈາກພະຍາດລະບາດດັ່ງກ່າວນີ້,ແລະ ຂໍຂອບໃຈມາຍັງ ລັດຖະບານ ແຫ່ງສປປລາວ ທີ່ໄດ້ເປີດໂອກາດໃຫ້ພວກເຮົາ, ດ້ວຍການອະນຸຍາດໃຫ້ບໍລິສັດ ຂອງພວກເຮົາໄດ້ມີໂອກາດ ພັດທະນາສະຖານທີ່ຜະລິດຢູ່ໃນ ສປປ ລາວ.

ທ່ານ ບ໋ອບ ພາເຄັນ, ອຸປະທູດ ແລະ ຫົວໜ້າຫ້ອງການ ສະຖານທູດ ການາດາປະຈໍາ ສປປ ລາວ ກ່າວວ່າ ພຣີດເມດ ເປັນບໍລິສັດ ການາດາທີ່ມີຄວາມມຸ່ງໝັ້ນໃນໃນວຽກງານຄວາມຮັບຜິດຊອບຕໍ່ສັງຄົມຂອງອົງກອນ ແລະ ພວກເຂົາມີຄວາມກະຕືລືລົ້ນທີ່ຈະສະໜັບສະໜູນໃຫ້ກັບ ລັດຖະບານແຫ່ງ ສປປ ລາວ ເພື່ອເປັນການສົ່ງເສີມ ການລົງທຶນທີ່ມີຄຸນນະພາບ.

ບໍລິສັດ ພຣີດເມດ ຫາກໍ່ປະສົບຜົນສໍາເລັດໃນການກໍ່ສ້າງໂຮງງານ ໃນ ສປປ ລາວ ໂຮງງານແຫ່ງນີ້ ມີພື້ນທີ່ທັງໝົດ 95,000 ຕາລາງແມັດ ແລະ ມີແຜນຈະຮັບພະນັກງານເຂົ້າເຮັດວຽກທັງໝົດຫຼາຍກວ່າ 300 ຄົນ. ໃນການ ອຸປະຖໍາຜ້າອັດປາກ-ດັງ ຂອງ ບໍລິສັດ ພຣີເມດ ໃນຄັ້ງນີ້ລວມກັບການສະໜັບສະໜຸນທີ່ຜ່ານມາໃນປະເທດອື່ນໆນັ້ບຕັ້ງແຕ່ມີການລະບາດລວມມີຈໍານວນເກືອບ 40 ລ້ານອັນ.

ຂໍ້ມູນ​ຈາກ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button