ແທ້ ຫຼື ບໍ່ ? ເວລາເປັນປະຈຳເດືອນບໍ່ຄວນດື່ມນ້ຳເຢັນ ມື້ນີ້ເຮົາມີຄຳຕອບມາບອກ

ໄລຍະມີປະຈຳເດືອນເປັນໄລຍະທີ່ບອບບາງຂອງແມ່ຍິງແລະແມ່ຍິງຫຼາຍຄົນກໍ່ມີອາການແຕກຕ່າງກັນອອກໄປບາງຄົນເຈັບທ້ອງບາງຄົນບໍ່ເຈັບເລີຍບາງຄົນສິວຂຶ້ນຢາກກິນອາຫານລົດຈັດໜ້າເອິກໃຫຍ່ຂຶ້ນຫຼື ກະທັ້ງຫງຸດຫງິດງ່າຍກວ່າເກົ່າ.

ແຕ່ສຳລັບເລື່ອງ ນ້ຳເຢັນ ຫຼາຍຄົນອາດເຄີຍໄດ້ຍິນວ່າ ໄລຍະມີປະຈຳເດືອນບໍ່ຄວນດື່ມນ້ຳເຢັນ ແຕ່ມື້ນີ້ ເຮົາມີຄຳຕອບມາຝາກກັນ
ເອກະສານທາງການແພດຫຼາຍສະບັບ ລະບຸວ່າ ພູມຄຸ້ມກັນຂອງຜູ້ຍິງຈະລົດຕ່ຳລົງລະຫວ່າງມີປະຈຳເດືອນ ຈຶ່ງເປັນທີ່ມາຂອງຄຳແນະນຳທີ່ວ່າ ຜູ້ຍິງມີປະຈຳເດືອນ ຫ້າມດື່ມນ້ຳເຢັນ ຫ້າມກິນກະແລັມ ຫຼື ຫ້າມອາບນຳ້ເຢັນ ເພາະໃນຂະນະທີ່ຮ່າງກາຍເຮົາອ່ອນແອ ມັນຈະເຮັດໃຫ້ອຸນຫະພູມໃນຮ່າງກາຍຂອງເຮົາເຢັນລົງກວ່າປົກກະຕິ ເມື່ອນັ້ນ

ເຊື້ອໂລກທີ່ມີຢູ່ໃນຮ່າງກາຍແລ້ວນັ້ນ ຫຼື ມາຈາກສິ່ງແວດລ້ອມອ້ອມຕົວ ຈະສວຍໂອກາດໃນຕອນນີ້ ເຂົ້າມາທຳລາຍສຸຂະພາບຂອງເຈົ້າ ຈົນເຈັບປ່ວຍໄດ້ງ່າຍ ຖ້າບໍ່ຢາກໃຫ້ເປັນແບບນັ້ນ ເຮົາຕ້ອງໄດ້ມີວິທີປ້ອງກັນຄື ນອນຫຼັບໃຫ້ພຽງພໍ, ອອກກຳລັງກາຍຕາມປົກກະຕິ, ກິນອາຫານທີ່ມີປະໂຫຍດ, ດື່ມນ້ຳອຸ່ນ ຫຼື ນ້ຳໃນອຸນຫະພູມທຳມະດາເພື່ອຫຼຸດການປ່ຽນແປງຂອງອຸນຫະພູມໃນຮ່າງກາຍ,ລະມັດລະວັງໝັ່ນທຳຄວາມສະອາດເປັນປະຈຳປາກມົດລູກຈະເປີດຫຼາຍກວ່າເກົ່າແລະອາດເຮັດໃຫ້ຕິດເຊື້ອໄດ້ງ່າຍສຳລັບຜູ້ຊາຍທີ່ຢູ່ຂ້າງກາຍແມ່ຍິງທີ່ຢູ່ໃນໄລຍະມີປະຈຳເດືອນກໍ່ຄອຍຊ່ວຍເຫຼືອເບິ່ງແຍງເອົາໃຈໃສ່ແລະເຂົ້າໃຈຜູ້ຍິງແນ່ເດີ້

About admin

Check Also

ສູດລັບ ການອອມເງິນຂອງຊາວຍີ່ປຸ່ນ ສືບທອດກັນມາ 117 ປີ

ຖ້າເວົ້າເລື່ອງການອອມເງິນແລ້ວ ນອກຈາກເຢຍລະມັນ ແລະຈີນແລ້ວ ຜູ້ຄົນໃນປະເທດຍີ່ປຸ່ນ ກໍມີວິທີການອອມເງິນທີ່ໜ້າສົນໃຈເຊັ່ນດຽວກັນ..ສູດການອອມເງິນນີ້ ສືບທອດກັນມາແລ້ວ ກວ່າ 117 ປີ ເຄັດລັບທີ່ວ່ານີ້ ກໍຄື คือ “Kakeibo” (ຄະເຄໂບະ) ມີຄວາມໝາຍວ່າ …

Leave a Reply

Your email address will not be published. Required fields are marked *