ທີມທະນາຍຄວາມຂອງ Phomsoupha & Son Law ຍິນດີຊ່ວຍເຫຼືອແມ່ເຖົ້າເດີ ຂໍໃຫ້ເພິ່ນຕິດຕໍ່ເຮົາດ່ວນ ‼️
ທີ່ຕັ້ງສຳນັກງານ:📍ຫ້ອງ 1007, ຊັ້ນ 10 ຕຶກໂຣໂຢສະແຄຣ (ຂ້າງໂຮງແຮມຄຣາວພລາຊາ), ບ້ານໜອງດ້ວງເໜືອ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ📱Whatsapp: 020 58933133☎️ ໂທ: 021 811333📧 ອີເມວ: info@phomsouphalaw.com 🖥 ເວັບໄຊ: https://phomsouphalaw.com

ທີ່ມາ

ຂ່າວຂອງແມແມ່ເຖົ້າຈະອອກມານໍາສະເໜີໃຫ້ພີ່ນ້ອງ ແລະສັງຄົມຮັບຊາບຢ່າງລະອຽດອີກຄັ້ງຫລັງໄດ້ຮັບເອກະສານຜົນການຕັດສິນຢ່າງເປັນທາງການໃນໃວໆນີ້. ຕາມທີ່ຟັງຜົນການຕັດສິນມື້ວານ ເຮັດໃຫ້ແມ່ເຖົ້າທໍ້ ແລະບໍ່ຮູ້ສິສູ້ໄປເພື່ອຫຍັງ ເພາະແມ່ເຖົ້າບໍ່ເຫັນມີຄວາມຢຸດຕິທຳຈັກໜ້ອຍຕໍ່ກັບແມ່ເຖົ້າເລີຍ ທັ້ງທີ່ດິນທັງສອງເປັນສິນສົມສ້າງຂອງແມ່ເຖົ້າ…

ແມ່ເຖົ້າຄວນສູ້ຕໍ່ບໍ? ຫລືຢຸດຊໍ່ານີ້? ເພາະແມ່ເຖົ້າບໍ່ມີເງີນຊິທຽວໄປສານ ແລະໄປຈ້າງທະນາຍພີ່ນ້ອງ ແລະສັງຄົມ ພໍຈະມີແນວທາງ ແລະທິດຊີ້ນຳແນວໃດໃຫ້ແມ່ເຖົ້າແດ່ນໍ ເພາະປະຈຸບັນແມ່ເຖົ້າມືດແປດດ້ານ ແລະບໍ່ຊ່າງຊິໄປທາງໃດຕໍແລ້ວ.
ຜົນການໄປຟັງການຕັດສິນຂອງສານພາກກາງມື້ວານນີ້ ແມ່ນເຮັດໃຫ້ແມ່ເຖົ້າເຊື່ອແລ້ວວ່າ ເງີນມີອຳນາດກ່ອນຄວາມເປັນຈິງດິນທັງສອງຕອນເປັນສິນສົມສ້າງຂອງແມ່ເຖົ້າກັບຜົວ ສ້າງມາດ້ວຍຄວາມຊື່ສັດບໍລິສຸດ ຫາມາດ້ວຍເຮື່ອດ້ວຍແຮງຂອງສອງຜົວເມຍ ແມ່ເຖົ້າບໍ່ໄດ້ຂາຍໃຫ້ໃຜ ແມ່ເຖົ້າບໍ່ໄດ້ມອບໃຫ້ຜູ້ໜຶ່ງຜູ້ດຽວ ເຂົາໂກງແມ່ ແມ່ກະຍັງບໍ່ເຮຕາຍເທື່ອ ແຕ່ເປັນຫຍັງແມ່ເຖົ້າຈິ່ງບໍ່ໄດ້ຮັບຄວາມຢຸດຕິທຳເລີຍຜົນການຕັດສິນຄັ້ງນີ້ລູກສາວທັງສອງ ນາງແກ້ວ ຊູວົງສາ ແລະນາງແສງຄຳ ຄົງຈະພາກັນສະຫລອງຢ່າງໃຫຍ່ໃນວັນທີ່ແມ່ຜິດຫວັງ ໂຊກເສົ້າເສຍໃຈ ແລະນໍ້າຕາຕົກ.

ຂ່າວກ່ອນໜ້ານີ້.
ຍ້ອນເປັນລູກຜູ້ທີ່ໜຶ່ງ ແລະ ຜູ້ທີ່ສອງ ແລະ ຍ້ອນຄວາມຮັກອັນບໍລິສຸດຕໍ່ລູກ ແມ່ຈິ່ງໄສ່ຊື່ລູກທັງສອງວ່າ: ແກ້ວ ແລະ ຄຳ. ແຕ່ສຸດທ້າຍລູກທັງສອງກະເປັນຄົນທໍລະຍົດຕໍ່ແມ່ສໍ້ໂກງເອົາມູນ ແລະ ປ່ອຍໃຫ້ແມ່ຕ້ອງກິນເຂົ້າກັບນໍ້າຕາ ແມ່ລ້ຽງລູກດ້ວຍຄວາມຮັກອັນບໍລິສຸດ ລ້ຽງດ້ວຍຄວາມທະນຸທະໜອມທຸກຢ່າງເພື່ອໃຫ້ເຈົ້າເຕີບໃຫຍ່ ເພື່ອຫວັງວ່າຈະໄດ້ເພິ່ງພາອາໄສເບິ່ງແຍງລ້ຽງດູ ໃນຍາມແມ່ແກ່ເຖົ້າ. ພໍລູກເຕີບໃຫຍ່ ແມ່ບໍ່ຄິດບໍ່ຝັນເລີຍວ່າ ລູກຈະເປັນຄົນທໍລະຍົດ ນອກຈາກບໍ່ລ້ຽງດູເບິ່ງແຍງແມ່ແລ້ວ ຍັງມາສໍ້ໂກງເອົາມູນມັງທີ່ພໍ່ກັບແມ່ຫາມາດ້ວຍເຮື່ອແຮງ ແລະຄວາມຊື່ສັດຕໍ່ພັກຕໍ່ລັດ.

ປະຈຸບັນພວກເຈົ້າ; ນາງແກ້ວ ກໍ່ຢູ່ວຽງຈັນເຮັດຖຸລະກິດໃຫຍ່ໂຕ ມີເງີນມີຄຳ ແລະນາງຄຳ ກໍ່ແຕ່ງງານກັບຄົນອາເມລິກາ ແລະຢູ່ອາເມລິກາ ດ້ວຍຄວາມສະໜຸກສຸກສະບາຍ ເປັນຫຍັງພວກເຈົ້າຈິ່ງມາສໍ້ໂກງເອົາສິ່ງສຸດທ້າຍທີ່ແມ່ເຫລືອຢູ່ກໍ່ຄືດິນມູນທີ່ແມ່ກັບພໍ່ສ້າງມາ ຍ້ອນມັນເປັນຂອງແມ່ເຖົ້າ ແມ່ເຖົ້າຈະສູ້ສຸດຄວາມສາມາດເພື່ອໃຫ້ໄດ້ສິດຄືນມາ ແມ່ເຖົ້າໄດ້ຮັບໝາຍຮຽກໃຫ້ໄປຟັງຄຳຕັດສິນຢູ່ສານພາກກາງ ໃນວັນທີ 26 ນີ້. ຂໍຟາກໃຫ້ ພໍ່ແມ່ພີ່ນ້ອງ ແລະ ສັງຄົມຕິດຕາມນໍາກັນວ່າຜົນມັນຊິອອກມາຈັງໃດ ຈະມີຄວາມເປັນທຳໃຫ້ແມ່ເຖົ້າບໍ? ຫລືຈະຕັດສິນໃຫ້ເຈົ້າຂອງມູນແທ້ໆບໍ່ໄດ້ຫຍັງບໍ?

ແມ່ເຖົ້າກະບໍ່ຄິດບໍ່ຝັນມາກ່ອນວ່າຈະມາຂື້ນສານຕອນແກ່ຊາລາ ແລະຕໍ່ສູ້ກັບລູກທີ່ລ້ຽງມາດ້ວຍຄວາມຮັກອັນບໍລິສຸດ. ຈັກແມ່ນເປັນເວນເປັນກຳຫຍັງຂອງແມ່ເຖົ້າ ຫລັງການຕັດສິນແລ້ວແມ່ເຖົ້າຈະອອກມາແຈ້ງໃຫ້ພີ່ນ້ອງ ແລະສັງຄົມຮັບຮູ້ອີກຄັ້ງກ່ຽວກັບຜົນການຕັດສິນ. ແມ່ເຖົ້າກະບໍ່ຢາກປະຈານເລື່ອງພາຍໃນຄອບຄົວຕົນເອງດອກ ແຕ່ແມ່ເຖົ້າບໍ່ມີທາງອອກແທ້ໆ ແລະບໍ່ມີເງີນຈ້າງທະນາຍຄືລູກສາວທັງສອງ ຈຶງໄດ້ແຕ່ອອກມາຂໍແຮງຈາກສື່ອອນລາຍຊ່ວຍຕື່ມ ເພື່ອຈະໄປຮອດໜ່ວຍງານທີ່ກ່ຽວຂອງເພື່ອຈະໃຫ້ຄວາມເປັນທຳກັບແມ່ເຖົ້າ.

ສານປະຊາຊົນສູງສຸດແຫ່ງ ສປປ ລາວ The People’s Supreme Court Lao PDR ກົດຫມາຍ ແຫ່ງ ສປປ ລາວ ກົດໝາຍແຫ່ງ ສ ປ ປ ລາວ ສະພາກົດໝາຍ ແຫ່ງ ສປປ ລາວບົວຊອຍ ພົມສະຫວັດ
ຊົມຄຣິບເຕັມ.