ຂ່າວທົ່ວໄປ

ຂ່າວດ່ວນ ຕິດເຊື້ອໃໝ່ 1 ຄົນ

▶ແຈ້ງການດ່ວນ ເຈົ້າເມືອງລະຄອນເພັງ ເລກທີ: 25/ຈມ.ລພ ລົງວັນທີ 27 ສິງຫາ 2021 ເລື່ອງ: ປິດຊົ່ວຄາວການເຂົ້າ-ອອກ ບ້ານພູຖໍ້າພວງ, ເມືອງລະຄອນເພັງ ເປັນເວລາ 15 ວັນ, ເລີ່ມວັນທີ 27 ສິງຫາ-10 ກັນຍາ 2021.

▶ເມືອງລະຄອນເພັງພົບຜູ້ຕິດເຊື້ອກໍລະນີທຳອິດຂອງເມືອງ, ເຊິ່ງເປັນເຈົ້າໜ້າທີ່ ປກສ ເມືອງ, ທີ່ຮັບຜິດຊອບຢູ່ຈຸດກັກບໍລິເວນຢູ່ໂຮງຮຽນປະຖົມບ້ານພູຖໍ້າພວງ, ເມືອງລະຄອນເພັງ, ໄດ້ຮັບການຢັ້ງຢືນຜົນກວດຈາກຫ້ອງວິເຄາະ ນະຄອນຫຼວງວຽງຈັນ ໃນຄັ້ງວັນທີ 27 ສິງຫາ 2021 ດັ່ງນັ້ນ, ຈິ່ງມີຄວາມສ່ຽງສູງໃນການແຜ່ລະບາດໃນຊຸມຊົນ.

▶ຮຽກຮ້ອງມາຍັງບັນດາທ່ານ ຈົ່ງມີສະຕິ ເອົາໃຈໃສ່ປະຕິບັດມາດຕະການ ທີ່ຄະນະສະເພາະກິດຂັ້ນແຂວງ ແລະ ຂັ້ນເມືອງວາງອອກຢ່າງເຂັ້ມງວດ.

ອອກແບບ, ຂ່າວໂດຍ: ທ່ານ ດຳສະອາດ ນະແກ້ງສິມ (ພະແນກ ເຕັກໂນໂລຊີ ແລະ ການສື່ສານ)
ຂອບໃຈພາບຈາກເພສ: ສື່ມວນຊົນ ເມືອງລະຄອນເພັງ.

ທີາມາ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button