ອຸດົມໄຊ ສັ່ງປິດການເຂົ້າ-ອອກ ເທດສະບານເມືອງ

ອຸດົມໄຊ ສັ່ງປິດການເຂົ້າ-ອອກ ເທດສະບານເມືອງຮຸນ ແລະ ເມືອງປາກແບງ ເປັນເວລາ 14 ວັນ

ອີງຕາມສະພາບການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຢູ່ເທດສະບານເມືອງຮຸນ ແລະ ເມືອງປາກແບງຂອງແຂວງອຸດົມໄຊ ແລະ ອາດຈະມີແນວໂນ້ມທີ່ຈະຂະຫຍາຍອອກໄປໃນວົງກ້ວາງ, ເພື່ອສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂບັນຫາດັ່ງກ່າວໃຫ້ທັນເວລາ ແລະ ມີຄວາມປອດໄພຕໍ່ຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ຫ້ອງວ່າການແຂວງ ແຈ້ງໃຫ້ທຸກພາກສ່ວນໃນຂອບເຂດທົ່ວແຂວງອຸດົມໄຊ ແລະ ທຸກຊັ້ນຄົນ ທີ່ຈະເດີນທາງເຂົ້າມາ ຫຼື ເດີນທາງຜ່ານ ແຂວງອຸດົມໄຊ ໄດ້ຮັບຊາບຢ່າງທົ່ວເຖິງກັນ ຄືດັ່ງລຸ່ມນີ້:

– ໃຫ້ທຸກຄົນພ້ອມກັນປະຕິບັດຕາມມາດຕະການຕ່າງໆທີ່ລະບຸໃນ ຄໍາສັ່ງ ເລກທີ 15/ນຍ ແລະ ຄໍາສັ່ງ ສະບັບເລກທີ 334/ຈຂ.ອຊ, ລົງວັນທີ 22 ເມສາ 2021 ແລະ ຄຳສັ່ງເພີ່ມເຕີມຂອງທ່ານເຈົ້າແຂວງສະບັບເລກທີ 343/ຈຂ.ອຊ, ລົງວັນ ທີ 25 ເມສາ 2021 ແລະ ແຈ້ງການຂອງຫ້ອງວ່າການແຂວງອຸດົມໄຊ ຢ່າງເຂັ້ມງວດ.
– ໃຫ້ປີດການສັນຈອນ ເຂົ້າ-ອອກ ໃນພື້ນທີ່ເທດສະບານເມືອງຮຸນ ແລະ ເມືອງປາກແບງ ແຕ່ວັນທີ 28 ສິງຫາ ເຖິງ ວັນທີ 11 ກັນຍາ 2021 ຢ່າງເຂັ້ມງວດ.
– ຫ້າມບໍ່ໃຫ້ບຸກດົນໃນພື້ນທີ່ເດີນທາງອອກໄປນອກເທດສະບານ ແລະ ຫ້າມບຸກຄົນຢູ່ນອກພື້ນທີ່ ລວມທັງຄົນຕ່າງເມືອງ ແລະ ຕ່າງແຂວງ ເຂົ້າມາໃນເທດສະບານເມືອງຮຸນ ແລະ ເມືອງປາກແບງ; ຍົກເວັ້ນ ເຈົ້າໜ້າທີ່ທາງການ ທີ່ຖືກມອບໝາຍໃຫ້ປະຕິບັດໜ້າທີ່, ກໍລະນີເຈັບເປິ່ນໄປປິ່ນປົວ, ໄປສັກຢາວັກຊິນ, ປະຊາຊົນໃນພື້ນທີ່ອອກໄປທໍາການຜະລິດກະສິກໍາ ແລະ ກໍ່ໄດ້ຮັບການພິຈາລະນາເຫັນດີຈາກຄະນະສະເພາະກິດຂັ້ນເມືອງ.

– ຫ້າມຈັດປະຊຸມ, ໂຮມຊຸມນຸມ ແລະ ຈັດກິດຈະການຕ່າງໆ ທີ່ມີຄົນເຂົ້າຮ່ວມຫຼາຍກວ່າ 5 ຄົນ, ຖ້າມີກໍລະນີທີ່ຈຳເປັນ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ຕ້ອງປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ
– ປິດຊົ່ວຄາວການຮຽນ-ການສອນ ແລະ ການໃຫ້ບໍລິການທີ່ມີຄວາມສ່ຽງເຊັ່ນ: ຮ້ານເສີມສວຍ, ຮ້ານຕັດຜົມ, ຮ້ານອົບນວດ, ສະຖານທີ່ທ່ອງທ່ຽວ, ສວນມາຫານ, ຮ້ານກິນດື່ມ, ສະຖານທີ່ບັນເທິງ, ຮ້ານຄາລາໂອເກນ, ຮ້ານເກມທຸກປະເພດ ພ້ອມມາດຕະການອື່ນໆ
ຂໍ້ມູນຈາກ
