ດ່ວນ! ນະຄອນຫຼວງອອກຄຳສັ່ງໃໝ່ຫລ້າສຸດ

ວັນທີ 30/08/2021 ວ່າດ້ວຍການເພີ່ມທະວີປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງເຊື້ອໂຄວິດ ຢູ່ນະຄອນຫຼວງວຽງຈັນ

#10ຂໍ້ຫ້າມທີ່ຄວນຮູ້
1. ຫ້າມບຸກຄົນທີ່ຢູ່ໃນເຂດ/ບ້ານແດງຂອງນະຄອນຫຼວງວຽງຈັນ ອອກໄປຕ່າງແຂວງ ແລະ ຫ້າມບຸກຄົນຈາກ ເຂດ/ບ້ານແດງຂອງຕ່າງແຂວງ ເດີນທາງເຂົ້າມານະຄອນຫຼວງວຽງຈັນ, ຍົກເວັ້ນຜູ້ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນແຂວງ.
2. ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່, ຜູ້ທີ່ລະເມີດ ຈະຖືກນຳຕົວໄປຈຳກັດບໍລິເວນ ຢູ່ສູນ ຫຼື ໂຮງແຮມຈໍາກັດບໍລິເວນ ຂອງນະຄອນຫຼວງວຽງຈັນ ຕາມລະບຽບການທາງການແພດ, ພ້ອມທັງຖືກປັບໃໝແລະ ຮັບຜິດຊອບຄ່າໃຊ້ຈ່າຍທີ່ເກີດຂຶ້ນ ດ້ວຍຕົນເອງທັງໝົດ.
3. ຫ້າມຈັດກອງປະຊຸມ, ຝຶກອົບຮົມ ແລະ ກິດຈະກຳຕ່າງໆເກີນ 20 ຄົນ ແລະ ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແພ່ເຊື້ອ ຢ່າງເຂັ້ມງວດ.

4. ຫ້າມເປີດຮ້ານຄາຣາໂອເກະ, ສະຖານບັນເທີງ, ສະຖານທີ່ທ່ອງທ່ຽວ, ຕະຫຼາດກາງຄືນ, ສວນອາຫານ, ຮ້ານກິນ-ດື່ມ (ລວມທັງຮ້ານປະເພດປີ້ງຕ່າງໆ ທີ່ມີການບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ), ໂຮງສາຍຮູບເງົາ, ຮ້ານສະນຸກເກີ, ຮ້ານນວດ, ຮ້ານສະປາ, ຮ້ານເສີມຄວາມງາມ, ຮ້ານອິນເຕີເນັດຄາເຟ ແລະ ຮ້ານເກມທຸກປະເພດ.
5. ຫ້າມເປີດສູນກິລາໃນຮົ່ມ – ກາງແຈ້ງ ເປັນຕົ້ນແມ່ນ: ສູນອອກກໍາລັງກາຍ, ເດີ່ນດອກປີກໄກ່, ເດີ່ນບານເຕະ, ເດີ່ນເປຕັງ, ສະໜາມຕີມວຍ, ສະລອຍນ້ຳ, ສັງວຽນຕີໄກ່ ແລະ ກິລາປະເພດອື່ນໆ ທີ່ຮ່າງກາຍສໍາຜັດກັນ.
6. ຫ້າມພາຫະນະສັນຈອນ ໃນຂອບເຂດທົ່ວນະຄອນຫຼວງວຽງຈັນ ຕັ້ງແຕ່ເວລາ 22:00 ໂມງ – 05:00 ໂມງເຊົ້າ, ຍົກເວັ້ນ ລົດຂົນສົ່ງສິນຄ້າ, ສະບຽງອາຫານ, ອຸປະກອນການແພດ, ລົດຂົນສົ່ງຄົນເຈັບ, ລົດດັບເພີງ, ລົດກູ້ໄພ, ລົດຄະນະສະເພາະກິດ ແລະ ລົດຂອງເຈົ້າໜ້າທີ່ປະຕິບັດງານ.
7. ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າອຸປະໂພກ, ບໍລິໂພກ, ອຸປະກອນການແພດ ແລະ ສິນຄ້າອື່ນໆທີ່ຈໍາເປັນຕໍ່ຊີວິດປະຈຳວັນ ຢ່າງເດັດຂາດ.

8. ຫ້າມໂຄສະນາເຜີຍແຜ່, ສົ່ງຕໍ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ ຜ່ານສື່ຕ່າງໆ ທີ່ເຮັດໃຫ້ເກີດຄວາມເຂົ້າໃຈຜິດ,ສ້າງຄວາມແຕກຕື່ນ ແລະ ສົ່ງຜົນກະທົບດ້ານລົບຕໍ່ສັງຄົມ.
9. ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ໃນທົ່ວນະຄອນຫຼວງວຽງຈັນ; ປີດການຂົນສົ່ງໂດຍສານ ຜ່ານດ່ານສາກົນຂົວມິດຕະພາບ ລາວ-ໄທ I, ຍົກເວັ້ນລົດຂົນສົ່ງສິນຄ້າ ແລະ ບຸກຄົນທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ.
10. ປິດການຮຽນ-ການສອນ ທຸກຊັ້ນ, ທຸກສາຍ ແລະ ການເສັງເຂົ້າຮຽນສາຍອາຊີວະສຶກສາ, ສ້າງຄູ ແລະ ການສຶກສາຊັ້ນສູງ ຢູ່ນະຄອນຫຼວງວຽງຈັນ.

…

…

…
