ແຊຣ໌ຕໍ່ໆ ຢ່າຖືເບົາເດີ

ລາວເຮົາຍັງໜ້າເປັນຫ່ວງ ! ເພາະ ໂຄ ວິ ດ ສາຍ ພັ ນ ເດວ ຕາໄດ້ລະບາດຢູ່ລາວແລ້ວ
ໂຄວິດສາຍພັນເດວຕາເປັນສາຍພັນທີ່ຮາ້ຍແຮງ, ແຜ່ເຊື້ອໄວ ແລະ ຕິດງ່າຍ
ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ ໄດ້ແຈ້ງໃຫ້ຮູ້ເມື່ອມໍ່ໆມານີ້ວ່າ:

ປັດຈຸບັນນີ້ ສາຍພັນພະຍາດໂຄວິດ ທີ່ກວດພົບຈາກ ແຮງງານລາວ ແລະ ໃນຊຸມຊົນ ຫຼື ຢູ່ໃນປະເທດລາວນັ້ນ ແມ່ນສາຍພັນເດວຕາແລ້ວ ຊຶ່ງສາຍພັນດັ່ງກ່າວເປັນສາຍພັນທີ່ຮ້າຍແຮງ ໂດຍມີການແຜ່ເຊື້ອໄວ, ຕິດງ່າຍ ແລະ ຍາກທີ່ຈະປ້ອງກັນ

ເຖິງແມ່ນວ່າຈະສັກວັກຊິນຄົບ 2 ເຂັ້ມກໍ່ຕາມກໍ່ຍັງສາມາດຕິດພະຍາດດັ່ງກ່າວໄດ້ ເພາະວັກຊິນທີ່ໃຊ້ຢູ່ລາວນັ້ນ ຫຼື ຢູ່ໃນໂລກນັ້ນແມ່ນສາມາດປ້ອງກັນພະຍາດໂຄວິດ ສາຍພັນດັ້ງເດີມໄດ້ເທົ່ານັ້ນ.

#ເຈາະຈີ້ມທຸກເລື່ອງລາວ
👩💻admin May

📢 ຄະນະສະເພາະກິດຍັງແຈ້ງໃຫ້ຮູ້ຕື່ມວ່າ: ການສັກວັກຊິນຄົບ 2 ເຂັມແຕ່ຍັງຕິດເຊື້ອພະຍາດສາຍພັນດັ່ງກ່າວໄດ້ນັ້ນ ບໍ່ໄດ້ໝາຍຄວາມວ່າ ການສັກວັກຊິນບໍ່ມີປະໂຫຍດຫຍັງ, ການທີ່ສັກວັກຊິນຄົບນັ້ນມັນສາມາດສ້າງພູມຕ້ານທານໃນການປ້ອງກັນພະຍາດດັ່ງກ່າວໄດ້ດີກວ່າຜູ້ທີ່ບໍ່ສັກ ແລະ ກໍລະນີທີ່ຕິດເຊື້ອພະຍາດດັ່ງກ່າວຈາກທຸກໆສາຍພັນນັ້ນ ເຊື້ອພະຍາດດັ່ງກ່າວກໍ່ຈະບໍ່ສາມາດແຜ່ເຊື້ອຮຸນແຮງໄດ້ຖ້າໄດ້ສັກວັກຊິນຄົບສອງເຂັ້ມ ຫຼື ຄົບກໍານົດ, ເຖິງແນວໃດກໍ່ຕາມຖ້າທຸກຄົນມີຄວາມຕື່ນຕົວໃນການປ້ອງກັນພະຍາດດັ່ງກ່າວໂດຍໃຫ້ປະຕິບັດຕາມການ ແຈງ້ການ 15/ນຍ ແລະ ມາດຕະການຕ່າງໆທີ່ທາງຄະນະສະເພາະກິດວາງອອກນັ້ນກໍ່ຈະສາມາດປ້ອງກັນພະຍາດດັ່ງກ່າວໄດ້ທຸກສາຍພັນ
