ອາຟຣິກາໃຕ້ ກວດພົບ ໂຄ ວິ ດ ສາຍພັນໃໝ່ ຊີ1.2

ຕາມຂ່າວຈາກ ອາຟຣິກາໃຕ້, ວັນທີ31ສິງຫານີ້,ນັກຄົ້ນຄວ້າ ດ້ານໂ ລ ກ ລະ ບ າ ດ ຂອງອາຟຣິກາໃຕ້ ກ່າວວ່າ:ກວດພົບໂ ຄ ວິ ດ ສາຍພັນໃໝ່ (C.1.2) ມີການກາຍພັນ ຊ້ຳກັນ ຫລາຍຊັ້ນ ຫລາຍຈຸດ ແລະ ພະຍາດ ດັ່ງກ່າວ ຍັງຄົງຢູ່ ອີກຍາວນານ.

ສຳລັບ ສາຍພັນໃໝ່ນີ້ ມີຄຸນສົມພັດ ຫລົບຫລີກ ການເຮັດວຽກ ຂອງວັກຊິນ ແລະລະບົບພູມຕ້ານທານ ຂອງຮ່າງກາຍ ໄດ້ດີກວ່າ ສາຍພັນເດລຕ້າ ໂດຍປະເມີນ ໃນເບື້ອງຕົ້ນ ຈາກຮູບແບບ ການກາຍພັນ ແຕ່ຍັງຄົງ ສຶກສາ ຢ່າງລະອຽດ ແລະ ໜ່ວຍງານຄົ້ນຄວ້າ ແບ່ງປັນຂໍ້ມູນດັ່ງກ່າວ ກັບອົງການ ອະນາໄມໂລກ (WHO)ເປັນທີ່ຮຽບຮ້ອຍ.

ອາຟຣິກາໃຕ້ ເປັນປະເທດທີ່ມີການຢືນຢັນ ເຊື້ອກາຍພັນ ເບຕ້າ ພົບເ ຊື້ ອ C.1.2 ເປັນຄັ້ງທຳອິດ ເມືອເດືອນ ພຶດສະພາທີ່ຜ່ານມາ ປັດຈຸບັນ ພົບຜູ້ຕິດເຊື້ອເກືອບ ທຸກແຂວງ ຂອງອາຟຣິກາ ແລະ ອີກ7ປະເທດໃນທະທີບອາຟຣິກາ, ເອີຣົບ,ອາຊີ ແລະ ພາກພື້ນ ໂອເຊຍເນຍ./.

ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ