19 ປີທີ່ຖ້າມາບໍ່ມີຄວາມໝາຍ! ຫວັງເຫັນໜ້າພໍ່ດປັນຄັ້ງທໍາອິດໃນຊີວິດ ແຕ່ຊ້າໄປແລ້ວ…ນໍ້າຕາໄຫຼ

19 ປີທີ່ຖ້າມາບໍ່ມີຄວາມໝາຍ! ຫວັງເຫັນໜ້າພໍ່ເປັນຄັ້ງທໍາອິດໃນຊີວິດ ແຕ່ຊ້າໄປແລ້ວ…ນໍ້າຕາໄຫຼ ເປັນອີກເລື່ອງລາວທີ່ສ້າງຄວາມສະເທືອນໃຈໃຫ້ກັບຊາວເນັດບໍ່ໜ້ອຍ
ສໍາລັບຂ່າວນີ້ ເພາະເປັນຂ່າວທີ່ກ່ຽວຂ້ອງກັບຄວາມຮູ້ສຶກອັນລຶກຊຶ້ງອ່ອນໄຫວ ເປັນເລື່ອງລາວກ່ຽວກັບຄອບຄົວ ເຊິ່ງແອັດເຊື່ອວ່າມັນຈະສະເທືອນໃຈໃຜຫຼາຍຄົນແນ່ນອນ.

ເລື່ອງທີ່ແອັດຈະເລົ່າຕໍ່ໄປນີ້ ເປັນເຫດການທີ່ເກີດຂຶ້ນກັບສາວນ້ອຍຄົນໜຶ່ງ ຜູ້ພັດພາກຈາກພໍ່ ບໍ່ເຄີຍເຫັນໜ້າກັນມາດົນເປັນເວລາ 19ປີ ສຸດດີໃຈຈະໄດ້ເຫັນໜ້າພໍ່ເປັນຄັ້ງທໍາອິດ ແຕ່ກໍ່ບໍ່ມີໂອກາດນັ້ນຊໍ້າ.

ໂດຍເລື່ອງລາວນີ້ ຖືກນໍາມາເຜີຍແຜ່ໂດຍ Bellnoy Camera ໄດ້ເລົ່າເລື່ອງໄວ້ວ່າ: ອາຍຸ 19 ປີທີ່ເກີດມາບໍ່ເຄີຍເຫັນຫນ້າພໍ່ບໍ່ເຄີຍຈັບມືຫຼື ວ່າກອດພໍ່ແມ້ແຕ່ເທື່ອດຽວເຄີຍລົມໂທລະສັບເທື່ອ 1ຕອນປະມານອາຍຸ 3-4 ປີທີ່ຈື່ຄວາມໄດ້ດີໃຈແຮງຕອນແລກທີ່ມີຄົນຕິດຕໍ່ມາວ່າພໍ່ຊອກຫາເຮົາກັບແມ່ເພາະວ່າຂ້ອຍບໍ່ຮູ້ຈະຊອກຫາພໍ່ແນວໃດ.

ເຂົາຕິດຕໍ່ມາວ່າພໍ່ຊິມາຊື້ໂຮງງານໃຫ້ ແຕ່ຂ້ອຍບໍ່ໄດ້ຫວັງເພາະຂ້ອຍຢາກເຫັນພໍ່ຫລາຍກ່ອນແລະຂ້ອຍຢາກກອດພໍ່ບໍ່ເຄີຍຄາດຫວັງຫຍັງພຽງຢາກເຫັນໜ້າ ເຂົາບອກວ່າພໍ່ຂ້ອຍຊິມາ9.9.2021ຂ້ອຍກະດີໄຈເພາະທີ່15ວັນເກີດຂ້ອຍພໍ່ດີພໍ່ມາ ແຕ່ກະຄິດວ່າລາວຊິມາແນວໃດໂຄວິດ.

ແຕ່ກະຄິດອອກມຸມໜຶ່ງຄືມາໃນນາມທຸລະກິດກໍ່ຄືຫນ້າຈະໄດ້ສຸດທ້າຍບໍ່ໄດ້ຮອດຮັບໂທລະຮັບບໍ່ໄດ້ເຫັນຮອດຫນ້າເປັນສິ່ງທີ່ທໍລະມານທີ່ສຸດເພາະກ່ອນຊິຊອກເຫັນຄືພໍ່ເສຍກ່ອນມື້ປາຍໆບໍ່ມີໄຜທີ່ເຂົ້າໄຈຄວາມຮູ້ສືກນີ້ ທໍລະມານໃຜທີ່ມີພໍ່ແມ່ຢູ່ຈົ່ງຮັກພໍ່ແມ່ໄຫ້ຫລາຍໆຕອບແທນພໍ່ແມ່ຕອນເພິ່ນຍັງມີຊີວິດຢູ່ຈະບໍ່ເສຍໃຈແບບນີ້ແຕ່ຂ້ອຍບໍ່ມີໂອກາດໄດ້ຕອບແທນບຸນຄຸນພໍ່ຜູ້ໄຫ້ກຳເນີດເລີຍ 19ປີທີ່ລໍຄອຍບໍ່ແຕ່ບໍ່ສຳເລັດທີ່ທໍລະມານທີ່ເສຍໄຈທີ່ສຸດທີ່ເຄີຍເຈີມາ.

ແນວໃດກໍ່ຕາມ ແອັດຂໍສະແດງຄວາມເສຍໃຈນໍາເດີ້ ແລະ ຂໍສົ່ງກໍາລັງໃຈໃຫ້ສາວນ້ອຍຄົນນີ້ ຜ່ານເລື່ອງເສົ້ານີ້ໄປໄດ້ໂດຍໄວ.