ຂ່າວທົ່ວໄປ
ແພດໝໍສູ້ໆ

ບັນຍາກາດແພດໝໍ ສົ່ງອາຫານ-ນໍ້າ ໃຫ້ຜູ້ຕິດເຊື້ອຢູ່ສູນປີ່ນປົວ
ບັນຍາກາດການສົ່ງເຂົ້າ-ສົ່ງນ້ຳ ໃຫ້ກັບຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ໂຮງໝໍສະໜາມ ໂຮງຮຽນ ມສ ຊົນເຜົ່າ ແຂວງສາລະວັນ

ມາຮອດປັດຈຸບັນ, ແຂວງ ສາລະວັນ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມທັງໝົດ 1163 ຄົນ, ກຳລັງປິ່ນປົວ 346 ຄົນ ແລະ ປິ່ນປົວຫາຍດີແລ້ວ 817 ຄົນ ທັງນີ້, ແຂວງສາລະວັນ ສາມາດຮອງຮັບ ຜູ້ຕິດເຊື້ອໄດ້ 676 ຕຽງ

ເຊີ່ງປະກອບມີໂຮງໝໍແຂວງ ສາມາດຮັບໄດ້ 13 ຕຽງ ແລະ ໂຮງໝໍສະໜາມໂຮງຮຽນຊົນເຜົ່າ ສາມາດຮັບໄດ້ 663 ຕຽງແນວໃດກໍ່ຕາມ, ແຂວງສາລະວັນ ແມ່ນຍັງບໍ່ມີຜູ້ເສຍຊີວິດຈາກພະຍາດດັ່ງກ່າວອິນໄຊລາວ,

ຂໍເປັນກຳລັງໃຈໃຫ້ແພດໝໍ ແລະ ບຸກຄະລາກອນດ່ານໜ້າທຸກຄົນ ❤️
