ຂ່າວທົ່ວໄປ

ຕັ້ງວົງຊຸມແຊວ ຢູ່ແຖວໃດບອກແດ່ເດີ້ ກຳລັງຈະໄປຫາ ຂອງແກ້ມ ນ້ຳກ້ອນໝົດ ຈະຊື້ໄປໃຫ້ພ້ອມ

ສືບຕໍ່ລົງເຄື່ອນໄຫວ ກວດກາບັນດາຫົວໜ່ວຍທຸລະກິດ ການບໍລິການອາຫານ ແລະ ເຄື່ອງດື່ມພາຍໃນເທດສະບານແຂວງ.

ໃນຄ່ຳຄື່ນວັນທີ 02 ກັນຍາ 2021ນີ້ ຄະນະສະເພາະກິດພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນຳໂດຍ ທ່ານ ສົມສັກ ວຽງວິໄລ ຮອງຫົວໜ້າແນກ ຖວທ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ແລະ ເຈົ້າໜ້າທີ່ ປກຊ ທະຫານແຂວງ ໄດ້ລົງເຄື່ອນໄຫວ ກວດກາບັນດາຫົວໜ່ວຍທຸລະກິດຫ່າງຮ້ານ ການບໍລິການອາຫານ ແລະ ເຄື່ອງດື່ມພາຍໃນເທດສະບານເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ການລົງກວດກາຄວາມເປັນລະບຽບຮຽບຮ້ອຍຄັ້ງນີ້ ແມ່ນເພື່ອເປັນການຊຸກຍູ້ບັນດາຫົວໜ່ວຍທຸລະກິດ ການບໍລິການອາຫານ ແລະ ເຄື່ອງດື່ມແຕ່ເທດສະບານເມືອວຫ້ວຍຊາຍ -ເຂດພັດທະນາດ່ານຖິ່ນ,ເຂດບ້ານພັດທະນາບ້ານປຸງນາໜູນ ເຊິ່ງເປັນເຂດທີນອນພາຍໃນເທດສະບານແຂວງ,ໃນການຈັດຕັ້ງປະຕິບັດມາດຕະການຕ່າງໆ ຂອງບັນດາຫົວໜ່ວຍທຸລະກິດບໍລິການຮ້ານອາຫານ,ຮ້ານກິນດື່ມ ຮ້ານບັນເທີງ, ຮ້ານຄາຮາໂອເກະ ແລະ ຄອບຄົວ .

ຜ່ານການຕິດຕາມກວດກາພົບເຫັນວ່າ:ຍັງມີບາງຮ້ານ ,ຈຳໜ່າຍເຄື່ອງດື່ມທີມີທາດເຫຼົ້າ, ມີບາງຄອບຄົວຍັງຈັດງານວັນເກີດ,ງານສ້າງສັນ ມີລັກສະນະແບບຊຸມແຊວເປັນຈໍານວນຄົນຫຼາຍ ,ບໍ່ປະຕິບັດຕາມແຈ້ງການຄໍາແນະນໍາ ຂອງຄະນະສະເພາະກິດຂັ້ນສູນກາງ-ກະຊວງ,ແຂວງ ແລະ ພະແນກຖະແຫຼງຂ່າວ ວັດທະນະທໍາ.

ແລະ ທ່ອງທ່ຽວ ວ່າດ້ວຍການປິດຮ້ານຊົ່ວຄາວ ໃນການບໍລິການ ເຫຼົ້າ-ເບຍໃຫ້ແກ່ສັງຄົມ ໃນໄລຍະການລະບາດຂອງພະຍາດໂຄວິດ-19.ແຕ່ຢ່ງໃດ.

ຕໍ່ກັບບັນຫາດັ່ງກ່າວ ໃນເບື້ອງຕົ້ນຄະນະສະເພາະກິດ ກໍໄດ້ແນະນຳ ແລະ ກ່າວເຕືອນເຈົ້າຂອງກິດຈະການ,ຄອບຄົວ ຖ້າຫາກຍັງມີການລະເມີດຄັ້ງຕໍ່ໄປ ທາງຄະນະຮັບຜິດຊອບຈະໄດ້ປະຕິບັດຕາມລະບຽບການຢ່າງເຂັ້ມງວດ ໂດຍບໍ່ມີການຍົກເວັ້ນບໍ່ວ່າຈະເປັນພາກສວນໃດກໍ່ຕາມ.ທັງໝົດນີ້ກໍເພື່ອເປັນການຫລຸດຜ່ອນ ແລະ ຢັບຢັ້ງໃນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19ໃນຊຸມຊົນໃຫ້ທັນກັບສະພາບການ.

ພາບ-ຂ່າວ:ຄຳພັນ ແກ້ວມະນີ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button