ຂໍຄວາມຊ່ວຍເຫລືອຈາກນັກສຶກສາທຸກຄົນ

ສະບາຍດີອ້າຍເອຶ້ອຍນ້ອງນັກສຶກສາທຸກຄົນທົ່ວພາກໃຕ້ຫວຽດນາມ.
ແຈ້ງຂໍຄວາມຊ່ວຍເຫຼືອແດ່ເນາະ.ນ້ອງຊາຍຊົວວື່ ຈົ່ງຕູ້, ປັດຈຸບັນຮຽນຢູ່ໂຮງຮຽນຫວຽນເຕິດແທັງ( Nguyễn Tất Thành), ສາຂາການຢາ, ປີທີ 4, ທີ່ນະຄອນໂຮ່ຈີມິນ. ເຊິ່ງລາວໄດ້ເຈັບເປັນມາເປັນເວລາເກຶອບຮອດ 1 ເດຶອນແລ້ວ, ແຕ່ຍ້ອນສະພາບໂຄວິດກຳລັງລະບາດໜັກຈຶ່ງບໍໄດ້ໄປກວດ, ແຕ່ມາຮອດວັນທີ່ 28/08/2021 ລາວເກິດມີອາການເປັນບວມ ພ້ອມທັງເປັນລ່ອຍໝົດຕົນຕົວຈົນຍ່າງບໍໄດ້ ແລະ ໄດ້ນຳເຂົ້າໂຮງໝໍທົ່ງເຍິດ( Bệnh Viện Thống Nhất, TP.HCM),

ເຊິ່ງມື້ນີ້ຜົນກວດອອກມາທ່ານໝໍວ່າລາວເປັນໂລກເສັ້ນປະສາດອັບເສບ( Viêm đa rễ thần kinh mạn , CIDP) ແລະ ຕ້ອງໄດ້ໃຊ້ຈັກຟອກເລຶອດຊ່ວຍ( Lọc Huyết Tương), ຄ່າໃຊ້ຈ່າຍປິ່ນປົວທັງໝົດຫຼາຍກ່ວາ 100 ລ້ານດົງ (100,000,000 đồng) ເຊິ່ງເປັນຕົວເລກທີ່ຫຼາຍສົນຄວນ.

ສະນັ້ນຈຶ່ງຮຽກຮ້ອງມາຍັງອ້າຍເອຶ້ອຍນ້ອງທຸກຄົນທົ່ວພາກໃຕ້ຫວຽດນາມຈົ່ງຊ່ວຍກັນປະກອບສ່ວນນ້ຳຈິດນ້ຳໃຈໃຫ້ນ້ອງຊາຍຊົວວື່, ເພາະທາງຄອບຄົວຂອງລາວກໍ່ຂາດເຂິນຫຼາຍຢ່າງ, ອິກຢ່າງໜຶ່ງກໍ່ເປັນຊ່ວງວິກິດການໄປມາບໍສະດວກ, ດຽວນີ້ມີແຕ່ນ້ອງຊາຍຜູ້ໜຶ່ງຢູ່ຟ້າວລາວຢູ່ໂຮງໝໍ, ດັ່ງນັ້ນຈຶ່ງຂໍຄວາມຊ່ວຍເຫຼືອຈາກອ້າຍນ້ອງທຸກຄົນ.ເລກບັນຊີຫວຽດ: 060253834083, Xava Veeyang l, Sacombank.+ ເລກບັນຊີລາວ: 162-12-00-01305334-001, VEEYANG XAVA MR, ທະນາຄານການຄ້າຕ່າງປະເທດ.ຂໍຂອບໃຈນຳອ້າຍເອຶ້ອຍນ້ອງທຸກຄົນ

ສູ້ໆເດີ້ອ້າຍ ອ້າຍເພິ່ນເປັນນັກສຶກສາລາວ ມາຮຽນຢູ່ໂຮ່ຈີມິນ ຕອນນີ້ເພິ່ນບໍ່ສະບາຍ ເປັນໂລກເສັ້ນປະສາດອັກເສບ ເຊິ່ງຕ້ອງໄດ້ໃຊ້ຄ່າປິ່ນປົວສູງກວ່າ 100.000.000ດົ່ງ {ຫນຶ່ງຮ້ອຍລ້ານດົ່ງ}
ເຊິ່ງທາງຄອບຄົວທາງອ້າຍເພິ່ນ ກໍ່ຂາດເຂີນຫຼາຍຢ່າງ ຈຶ່ງຂໍຄວາມຊ່ວຍເຫຼືອມາຍັງທຸກຄົນ ຊ່ວຍກັນສົມທົບຄົນລະເລັກລະຫນ້ອຍ🙏🏻 #ດີ້ຝາກທຸກຄົນກົດໄລ້ກົດແຊຣ໌ຊ່ວຍກັນແດ່ເນີ
