ຂ່າວທົ່ວໄປ

ເມືອງ​ເຟືອງ​ ເຂັ້ມງວດຕັ້ງຈຸດ​ກວດ ບໍ່ອະນຸຍາດໃຫ້ຄົນທີ່ບໍ່ມີຄວາມຈຳເປັນເຂົ້າ-ອອກ​ ເມືອງເດັດຂາດ

ໃນວັນທີ​ 3​ ກັນຍາ​ 2021​ ນີ້​ ຄະນະສະເພາະກິດ​ຕ້ານໂຄວິດ​-19​ ເມືອງ​ເຟືອງ, ແຂວງວຽງຈັນ​ ໄດ້ຕັ້ງຈຸດກວດກາ ຢູ່ເສັ້ນທາງຫຼວງ 4501 ຈຳນວນ 1 ຈຸດ ຄື:

ຈຸດກວດກາສະຖານນີໄຟຟ້າບ້ານດອນ ເພື່ອກວດກາ ແລະ ກັ່ນກອງຄົນເຂົ້າ-ອອກເມືອງ ໃນຊ່ວງເວລາທີ່ມີການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໂດຍສະເພາະຢູ່ແຂວງວຽງຈັນ, ໂດຍມີຄະນະສະເພາະກິດປະຈຳຢູ່ຈຸດກວດກາ ເພື່ອກັ່ນກອງຄົນເຂົ້າ-ອອກເມືອງ

ເຊິ່ງຈະບໍ່ອະນຸຍາດໃຫ້ບຸກຄົນທີ່ບໍ່ມີຄວາມຈໍາເປັນເດີນທາງເຂົ້າ -ອອກເມືອງຢ່າງເດັດຂາດ (ໝາຍຄວາມວ່າຜູ້ຈະເດີນທາງເຂົ້າອອກເມືອງຕ້ອງໄດ້ຮັບຢາວັກຊີນປ້ອງກັນໂຄວິດ-19 ຄົບໂດສ ແລະ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດກ່ຽວຂ້ອງເທົ່ານັ້ນ).

3.​ ຖ້າກໍລະນີມີຄວາມຈຳເປັນທີ່ຂາດບໍ່ໄດ້ ທີ່ຈະຕ້ອງໄດ້ເດີນທາງ ເປັນຕົ້ນແມ່ນການໄປໂຮງໝໍດ່ວນ ເພື່ອປິ່ນປົວສຸຂະພາບ ແລະ ເຫດຜົນອື່ນໆທີ່ເຫັນວ່າຈໍາເປັນແທ້ໆ ກ່ອນຈະເດີນທາງແມ່ນຕ້ອງໄດ້ຮັບການຢັ້ງຢືນຈາກການຈັດຕັ້ງບ້ານ ແລະ ຄະນະສະເພາະກິດຂັ້ນເມືອງເທົ່ານັ້ນຈິ່ງສາມາດເດີນທາງເຂົ້າ-ອອກເມືອງໄດ້.

4.​ ຫ້າມບໍ່ໃຫ້ປະຊາຊົນ ຫຼື ບຸກຄົນ ເດີນທາງເຂົ້າ-ອອກ ທ້ອງຖິ່ນ ຫຼື ເຂດທີ່ມີການຕິດເຊື້ອ (ເຂດບ້ານແດງ)ຫຼື ເຂດທີ່ມີຄວາມສ່ຽງ, ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງບ້ານ ແລະ ຄະນະສະເພາະກິດຂອງເມືອງ ຕາມເງື່ອນໄຂ ແລະ ເຫດຜົນທີ່ຈໍາເປັນເທົ່ານັ້ນ, ພາຍຫຼັງກັບມາແຕ່ເຂດລຸ່ມສ່ຽງຈະຕ້ອງໄດ້ກັກບໍລິເວນໃຫ້ຄົບຖ້ວນຕາມມາດຕະການຂອງຂັ້ນເທິງວາງອອກ, ຖ້າບຸກຄົນໃດຫາກຝ່າຝືນບໍ່ປະຕິບັດຕາມແຈ້ງການ ຈະມີຄວາມຮັບຜິດຊອບຕໍ່ຜົນເສຍຫາຍທີ່ເກີດຂື້ນ.

5. ຫ້າມເຈົ້າຂອງສວນອາຫານ, ຮ້ານບັນເທີງ, ຮ້ານກີນດື່ມ, ສະຖານທ້ອງທ່ຽວແຄມນ້ຳ ແລະ ສະຖານທີ່ທ່ອງທ່ຽວຕ່າງໆເປີດບໍລິການແກ່ນັກທ້ອງທ່ຽວ ຫຼື ຜູ້ມາໃຊ້ບໍລິການຕ່າງໆ, ຫາກມີການລະເມີດມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ.​

6.​ ຫ້າມຈັດງານຊຸມນຸມ-ຊຸມແຊວ ຫຼື ງານລ້ຽງສັງສັນ, ງານບຸນປະເພນີ ແລະ ງານບຸນຕ່າງໆທຸກຮູບແບບຢູ່ພາຍໃນເມືອງເຟືອງຢ່າງເດັດຂາດ, ຖ້າມີການລະເມີດ ເຈົ້າໜ້າທີ່ຫາກພົບເຫັນຈະໄດ້ປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ​ (ຍົກເວັ້ນງານເຮືອນດີ, ມ້ຽນສົບ-ສົ່ງສະການ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມ ພະຍາດ ໂຄວິດ-19 ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ).

ຂໍ້ມູນ​ຈາກ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button