ລັກສະນະພືດສາດ:
ເປັນໄມ້ເຄືອ, ລໍາຕົ້ນກົມ, ມີຂົນປົກຄຸມ; ໃບດ່ຽວ, ຈັບກົງກັນຂ້າມເປັນຄູ່, ຮູບໄຂ່ ຫຼື
ຮູບຫອກແກມຂອບຂະຫນານ, ກ້ວາງ 2-6 ຊມ, ຍາວ 6-15 ຊມ, ປາຍໃບແຫຼມ, ຖານໃບວ້ໍາເປັນຮູບຫົວໃຈ,
ຜິວໃບດ້ານເທິງມີຂົນຫ່າງໆ, ຫູໃບຮູບໄຂ່ ມ້ວນເປັນກໍ້, ມີຂົນ. ດອກ ສີມ່ວງອົມແດງ, ອອກເປັນຊໍ່, ຍາວ
ປະມານ 15-25 ຊມ, ດອກຍ່ອຍ ຈໍານວນຫຼາຍຢູ່ຕິດກັນເປັນກະຈຸກ, ກາບດອກມີຂະຫນາດນ້ອຍ 5 ກາບ,
ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 1 ຊມ, ມີຂົນປົກຄຸມ, ສ່ວນປາຍແຍກເປັນ 5 ແສກ, ມີສີຂາວ
ເກສອນຜູ້ 5 ອັນ, ຕິດກັບຫຼອດກີບດອກ. ຫມາກ ກົມແກມຮູບຮີ, ຜິວລຽບ, ຂະຫນາດ 6-10 ມມ.
ປິ່ນປົວພະຍາດ:ເຈັບທ້ອງ, ຖອກທ້ອງ ແລະ ທ້ອງອືດ
ສ່ວນທີ່ໃຊ້: ຮາກ ແລະ ໃບ
ວິທີການນໍາໃຊ້:
ໃຊ້ຮາກ ແລະ ໃບ ຕົ້ມນ້ໍາກິນເຮັດໃຫ້ຫາຍຈາກອາການເຈັບທ້ອງ, ຖອກທ້ອງ ແລະ ທ້ອງອືດ.
ການປູກຂະຫຍາຍພັນ:
ເຄືອຕົດຫມາເປັນວັດຊະພືດມັກເກີດຕາມປ່າເລົ່າ ຂະຫຍາຍພັນດ້ວຍແກ່ນ