ຂ່າວທົ່ວໄປ

ຂໍ້ມູນ​ຂອງຜູ້ຕິດເຊື້້ອໃນຊຸມຊົນຂອງແຕ່ລະແຂວງ

ຂໍ້ມູນຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນແຕ່ລະແຂວງ ວັນທີ 6 ກັນຍາ 2021

ຈຳປາສັກ 16 ຄົນ: -15 ຄົນຈາກຖັມຂອງເມືອງ ປະທຸມພອນ -1 ຄົນຈາກບ້ານສ້າງທ່ຽງ ນະຄອນປາກເຊ

ຄໍາມ່ວນ 15 ຄົນ:-_14 ຄົນ (8 ຄົນ ຈາກຕະຫລາດເຫຼັກ 2 ແລະ 6 ຄົນ ຈາກຕະຫລາດເຫຼັກ 3) ່-_1 ຄົນ ແມ່ນເຈົ້າຫນ້າທີ່ຕໍາຫລວດຄ້າຍຄຸມຂັງ

ສະຫວັນນະເຂດ 8 ຄົນ:- ເປັນພະນັກງານແພດປະຈໍາຢູ່ສູນຫຼັກ9 ຈໍານວນ 4 ຄົນ່ ເຂົ້າມາປະຈໍາການວັນທີ 24 ສິງຫາ 2021 ເປັນທີມແພດ ມາຈາກເມືອງອາດສະພັງທອງ, (ທ່ານຫມໍ 01 ຄົນ ແລະ ພະຍາບານ 2 ຄົນ)ແລະ ພະຍາບານຈາກ ເມືອງພີນ 1 ຄົນ. 4 ຄົນ ເຊິ່ງເປັນທີມງານແພດຈາກໂຮງຫມໍສູນກາງ ທີ່ລົງໄປຊ່ວຍວຽກຢູ່ສະຖານທີ່ຄຸມຂັງ ແຂວງສະຫວັນະເຂດ

ບໍ່ແກ້ວ 8 ຄົນ:ມາຈາກເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ (ວີນ 6 ຄົນ, ພະມ້າ 01 ຄົນ ແລະ ລາວ 01 ຄົນ)

ສາລະວັນ 2 ຄົນ:ລູກຊາຍຝາແຝດ ຊຶ່ງພໍ່ ແລະ ແມ່ຕິດເຊື້ອ ທີ່ໄດ້ລາຍງານໃນວັນທີ 5 ກັນຍາ 2021

ຫຼວງພະບາງ 1 ຄົນ:ເປັນເພດຊາຍ, ອາຊີບ: ກໍາມະກອນກໍ່ສ້າງທາງລົດໄຟ ຊຶ່ງເດີນທາງມາຈາກ ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ເດີນທາງກັບໃຜຫລວງພະບາງ ່ ແລ້ວຖືກນໍາສົ່ງເຂົ້າສູນຈໍາກັດບໍລິເວນ ທີ່ທາງແຂວງໄດ້ກໍານົດໄວ້.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button