ແປ້ງນົວບໍ່ມີປະໂຫຍດທາງໂພຊະນາການແຕ່ “ແປ້ງນົວ” ມີປະໂຫຍດພຽງເຮັດໃຫ້ອາຫານມີລົດຊາດໂດຍລວມດີຂຶ້ນ ຕ້ອງໃສ່ໃນປະລິມານທີ່ເໝາະສົມ. ມື້ນີ້ທິມງານພູຜາມີເດຍຈະມາເວົ້າຄວາມອັນຕະລາຍຂອງມັນໃຫ້ຟັງ.
ອັນຕະລາຍຂອງແປ້ງນົວຖືກແບ່ງອອກເປັນ 2 ສ່ວນຄື:
1. ພິດໄພ ແລະ ອັດຕະລາຍທີ່ເກີດຈາກເກືອໂຊດຽມ ຄືແປ້ງນົວມີໂຊດຽມທີ່ມາຈາກໂຊດາໄຟເປັນສ່ວນປະກອບສຳຄັນເຊັ່ນດຽວກັນກັບເກືອແກງ ແຕ່ອັນຕະລາຍຫຼາຍກວ່າ ເຊິ່ງມີພິດໄພອັນຕະລາຍດັ່ງນີ້:
- ເຮັດໃຫ້ພູມຕ້ານທານ ຫຼື ພູມຄຸ້ມກັນຂອງຮ່າງກາຍມະນຸດຫຼຸດລົງ
- ເຮັດໃຫ້ເກີດຜົນກະທົບໃນສະໜອງເດັກນ້ອຍ ເຊິ່ງເມື່ອເດັກນ້ອຍໃຫຍ່ຂຶ້ນຈະເປັນຄົນປັນຍາອ່ອນ ເຮັດໃຫ້ເດັກນ້ອຍເກີດອາການຊັກໂຄມ້າ ເຊິ່ງບາງຄັ້ງແພດບໍ່ຮູ້ສາເຫດ ອາດເປັນໄພຕໍ່ແມ່ຍິງທີ່ຖືພາ ແລະ ເດັກນ້ອຍເກີດໃໝ່ອີກດ້ວຍ.
- ເພີ່ມອັນຕະລາຍຕໍ່ຜູ້ເຈັບປ່ວຍດ້ວຍໂລກຕ່າງໆເຊັ່ນ: ໂລກໝາກໄຂ່ຫຼັງ, ຄວາມດັນສູງ ແລະ ໂລກຫົວໃຈເປັນຕົ້ນ.
2. ພິດໄພ ແລະ ອັນຕະລາຍທີ່ເກີດຈາກໂຕແປ້ງນົວ ສົ່ງຜົນດັ່ງນີ້:
- ເຮັດໃຫ້ເກີດອາການແພ້ແປ້ງນົວ ເຊິ່ງຈະມີອາການຊາ ແລະ ຮ້ອນວູບວາບຢູ່ປາກ, ລີ້ນ, ໃບໜ້າ, ແໜ້ນໜ້າເອິກ, ຫົວໃຈເຕັ້ນຊ້າລົງ, ຫາຍໃຈບໍ່ສະດວກເປັນຕົ້ນ.
- ເຮັດໃຫ້ສະໝອງສ່ວນໜ້າເຊິ່ງເປັນສ່ວນສຳຄັນໃນການຄວບຄຸມການຈະເຈີນເຕີບໃຫຍ່ ແລະ ລະບົບສືບພັນຂອງຮ່າງກາຍ ລະບົບສືບພັນຈະຜິດປົກກະຕິ ເປັນໝັນ ແລະ ອະໄວຍະວະສືບພັນອາດນ້ອຍລົງ
- ທຳລາຍລະບົບປະສາດຕາ ທຳລາຍກະດູກ ແລະ ໄຂກະດູກ ເຊິ່ງເປັນສ່ວນທີ່ຜະລິດເມັດເລືອດແດງໃນຮ່າງກາຍ ເຮັດໃຫ້ເລືອດຈາງໄດ້
- ເຮັດໃຫ້ວິຕາມິນໃນຮ່າງກາຍຫຼຸດລົງໂດຍສະເພາະຢ່າງຍິ່ງວິຕາມິນບີ 6
- ເກີດໂລກມະເຮັງ ແລະ ທຳລາຍລະບົບປະສາດສ່ວນກາງເຮັດໃຫ້ເປັນໂລກປະສາດໄດ້ງ່າຍຂຶ້ນ
- ປ່ຽນແປງໂຄຼໂມໂຊມ ເຮັດໃຫ້ຮ່າງກາຍຜິດປົກກະຕິໄດ້.