ເຕືອນໄພ

ແຊຕໍ່ ແຈ້ງເຕືອນ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ

ໃນໄລຍະວັນທີ 06-12 ກັນຍາ 2021

ຮ່ອງຄວາມກົດດັນອາກາດຕໍ່າ ຈະພາດຜ່ານຢູ່ເຂດແຂວງພາກກາງ ແລະ ພາກໃຕ້ຂອງປະເທດລາວ ສົມທົບກັບລົມຕາເວັນອອກພັດປົກຄຸມ ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຈາກນັ້ນໃນໄລຍະວັນທີ 08-10 ກັນຍາ 2021 ຄວາມກົດດັນຂອງອາກາດເຢັນ ຈະປົກຄຸມຢູ່ພາກເໜືອດ້ານຕາເວັນອອກ ຂອງປະເທດລາວ ດ້ວຍກໍາລັງອ່ອນ ສົມທົບກັບລົມຕາເວັນອອກພັດປົກ ຄຸມ ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບ ທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນໃນແຕ່ລະພາກ.

ຈາກນັ້ນໃນໄລຍະວັນທີ 11-12 ກັນຍາ 2021 ຄວາມກົດດັນຕໍ່າຂອງອາກາດຮ້ອນ ຈະປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ສົມທົບກັບລົມມໍລະສຸມຕາເວັນຕົກ ສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ຝົນຕົກໃນລະດັບຄ່ອຍຢູ່ແຂວງ ພາກເໜືອ ແລະ ຕົກໃນລະດັບປານກາງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ ພ້ອມເຝົ້າລະວັງສະພາບອາກາດຮ້າຍແຮງ ໃນໄລຍະວັນທີ 06-09 ກັນຍາ 2021.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສ ຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນ ຫລາຍວັນ ທີ່ຈະເຮັດໃຫ້ມີ ນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງເກີດຂຶ້ນໄດ້.

ພ້ອມນີ້ຂໍໃຫ້ຕິດຕາມການລາຍງານຂ່າວສະພາບອາກາດ ແລະ ລະດັບນໍ້າ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.

…​

…​

…​

…​

Related Articles

Leave a Reply

Your email address will not be published. Required fields are marked *

Back to top button