ຊົມເຊີຍ​ ເຈົ້າໜ້າທີ່ ປກສ ນະຄອນຫຼວງ​

ເຈົ້າໜ້າທີ່ ພະແນກຕໍາຫລວດປ້ອງກັນເສດຖະກິດ ຫ້ອງຕໍາຫລວດ ປກສ ນະຄອນຫລວງວຽງຈັນ

ໄດ້ສົມທົບກັບພະແນກອຸດສາຫະກຳການຄ້າ ນະຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ທໍາລາຍເຄື່ອງຫລິ້ນການພະນັນທີ່ຕ້ອງຫ້າມ ລວມມີ ຕູ້ເກມສະລັອດມາກຊີ່ນ 5 ຕູ້,

ໃບຫວຍຂອງລັດຖະບານໄທ 5.000 ໃບ ແລະ ອຸປະກອນໄກ່ໂຕນຄອນ 6 ຊຸດ, ຂຶ້ນຢູ່ສູນບໍາບັດຂີ້ເຫຍື້ອຫລັກ 32 ເມືອງໄຊທານີ ນະຄອນຫລວງວຽງຈັນ ວັນທີ 3 ກັນຍາ 2021, ໂດຍມີ ພັຕ ຄໍາເບົ້າ ປີວແກ້ວປະເສີດ ຮອງຫົວໜ້າພະແນກຕໍາຫລວດປ້ອງກັນເສດຖະກິດ ຫ້ອງຕໍາຫລວດ ປກສ ນວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນການທໍາລາຍຄັ້ງນີ້, ພັຕ ຄໍາເບົ້າ ປີວແກ້ວປະເສີດ ໃຫ້ຮູ້ວ່າ: ຕົ້ນປີ 2020 ໄດ້ຮັບແຈ້ງຂໍ້ມູນຈາກພົນລະເມືອງວ່າມີການລັກລອບຂາຍຫວຍ ໂດຍບໍ່ໄດ້ຮັບອະນຸດຍາດ ແລະ ເປີດໃຫ້ບໍລິການ ຫລິ້ນການພະນັນທີ່ຕ້ອງຫ້າມ ຢູ່ຕະຫລາດເຊົ້າມໍ ບ້ານຫັດສະດີ ເມືອງຈັນທະບູລີ ນວ.

ເຈົ້າໜ້າທີ່ຕໍາຫລວດປ້ອງກັນເສດຖະກິດ ຈຶ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ອອກຕິດຕາມ, ກວດກາ ແລະ ພົບເຫັນ ຕາມການແຈ້ງຂອງພົນລະເມືອງ; ເຊິ່ງເປັນການລະເມີດຕໍ່ແຈ້ງການຂອງ ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 2253/ຫສນຍ ລົງວັນທີ 25 ທັນວາ 2019;

ລະເມີດຕໍ່ຄໍາສັ່ງແນະນໍາຂອງທ່ານຫົວໜ້າກົມຕໍາຫລວດເສດຖະກິດ ສະບັບເລກທີ 688/302 ລົງວັນທີ 26 ມີນາ 2020 ແລະ ກົດໝາຍ ມາດຕາ 141 ຂອງປະມວນກົດໝາຍອາຍາ.

ສະນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຢຶດໃບຫວຍເຖື່ອນ ແລະ ອຸປະກອນເຄື່ອງຫລິ້ນການພະນັນຕ້ອງຫ້າມ ມາໄວ້ຫ້ອງຕໍາຫລວດ ປກສ ນວ ເພື່ອທໍາລາຍຖິ້ມ.

ພ້ອມທັງ ນໍາໃຊ້ມາດຕະການສຶກສາອົບຮົມກ່າວເຕືອນໃຫ້ຢຸດເຊົາ ແລະ ປັບໃໝຕາມກົດໝາຍຕາມລະບຽບການຕໍ່ເຈົ້າຂອງອຸປະກອນເຄື່ອງຫລິ້ນການພະນັນຕ້ອງຫ້າມ ແລະ ຜູ້ລັກລອບຂາຍຫວຍໂດຍບໍ່ໄດ້ຮັບອະນຸດຍາດ.

ຊົມຄລິບ

About admin

Check Also

ສູດປະຣິຕະມຸງຄຸນ

ສູດປະຣິຕະມຸງຄຸນ ປັດເປົ່າສິ່ງບໍ່ດີອອກຈາກຂົວປາກເຊ ໃນວັນທີ່ 30/03/2023 ເວລາ 17:20 ໄດ້ເຮັດວີທີຕັດບາດຍາດນ້ຳທີ່ຂົວ ນະຄອນປາກເຊ ຫວັງວ່າຊີເກີດຜົນດີນໍ ລິ້ງຮູບ https://m.facebook.com/story.php?story_fbid=pfbid05rETP5ytpszU9DZX9WVLyhVh8wXSc192cLcEYHrBDK5YJFobExPpxVnxMFg9o33ql&id=100044567228155&mibextid=Nif5oz ກົດ Like ກົດ Share …

Leave a Reply

Your email address will not be published. Required fields are marked *