8 ວິທີແກ້ອາການນອນບໍ່ຫຼັບ ( ໃຜນອນບໍ່ຫຼັບຄວນອ່ານ )

1. ຈັດຫ້ອງນອນໃຫ້ເໝາະສົມແກ່ການນອນ ຢ່າໃຫ້ມີສຽງລົບກວນ ຄວນປັບອຸນຫະພູມຫ້ອງໃຫ້ເໝາະສົມບໍ່ຮ້ອນຫລືໜາວເກີນໄປ ສໍຳຄັນເລີຍຄື ຫ້ອງນອນຄວນມືດສະນິດ ເພື່ອການນອນຫຼັບທີ່ດີ ມີປະສິດທິພາບ

2. ຫຼີກລ້ຽງເຄື່ອງດື່ມທີ່ມີຄາເຟອີນ ຫຼັງຊ່ວງບ່າຍຈົນເຖິງຊ່ວງກ່ອນນອນ

3. ກ່ອນນອນ ດື່ມນົມອຸ່ນໆ ຈະຊ່ວຍໃຫ້ຫຼັບສະບາຍຂຶ້ນ

4. ບໍ່ຄວນຫຼັບໃນຕອນກາງເວັນ ເພາະອາດລົບກວນການນອນໃນຢາມຄ່ຳຄືນໄດ້ ຖ້າຢາກນອນຈົນທົນບໍ່ໄຫວແທ້ ໆ ກໍຢ່ານອນຫຼັບເກີນ 1 ຊັ່ວໂມງ

5. ນອນໃຫ້ພຽງພໍ ຢ່ານອນຫລາຍເກີນໄປ ຫຼັງຕື່ນນອນຄວນລຸກອອກຈາກຕຽງ ແລ້ວຍ່າງໄປສູບອາກາດຢາມເຊົ້າຈະດີກວ່າ

6. ເຂົ້ານອນ ແລະຕື່ນນອນໃຫ້ເປັນເວລາ ເຮັດໃຫ້ຕິດເປັນນິສັຍ ບໍ່ແມ່ນວ່າຄືນນີ້ນອນດຶກ ມື້ອືນກໍ່ຕື່ນສາຍ ຕອບເລີຍວ່າ ບໍ່ໄດ້ ອາດຈະກະທົບກັບເວລານອນ ເຮັດໃຫ້ອາການນອນບໍ່ຫຼັບກັບມາອີກ

7. ຖ້ານອນບໍ່ຫຼັບເກີນ 15-20 ນາທີ ຄວນລຸກອອກຈາກຕຽງມາຫາກິດຈະກຳຢ່າງອື່ນເຮັດ ເຊັ່ນ ຟັງເພງ ອ່ານຫນັງສືວິຊາການຫລືທຳມະ ໜ້າຈະຊ່ວຍໃຫ້ຮູ້ສຶກຢາກນອນໄດ້ບໍ່ນ້ອຍ ຫຼີກລ້ຽງການເບິ່ງໂທລະທັດຫລືຫລິ້ນຄອມພິວເຕີ ເພາະແສງຈາກຈໍ ຈະກະຕຸ້ນໃຫ້ສະຫມອງຕື່ນຕົວໄດ້

8. ອອກກຳລັງກາຍຢ່າງສະໝຳ່ສະເໝີ ຢ່າງນ້ອຍມື້ລະ 30-45 ນາທີ 3-4 ມື້ຕໍ່ອາທິດ ການອອກກຳລັງກາຍຈະຊ່ວຍລຸດຄວາມຕຶງຄຽດທາງອາລົມແລະຮ່າງກາຍໄດ້ ຫາກອອກກຳລັງກາຍໃນຊ່ວງເຊົ້າ ແລະບ່າຍໄດ້ຜົນດີີທີ່ສຸດ ບໍ່ຄວນອອກກຳລັງກາຍຕອນດຶກ ຫລືໃກ້ເວລານອນ ເພາະອຸນຫະພູມໃນຮ່າງກາຍຈະສູງຂຶ້ນແລະໄປກະຕຸ້ນສະຫມອງໃຫ້ເຮັດວຽກ ຈະເຮັດໃຫ້ເຮົາຫຼັບຍາກ

About admin

Check Also

ສູດລັບ ການອອມເງິນຂອງຊາວຍີ່ປຸ່ນ ສືບທອດກັນມາ 117 ປີ

ຖ້າເວົ້າເລື່ອງການອອມເງິນແລ້ວ ນອກຈາກເຢຍລະມັນ ແລະຈີນແລ້ວ ຜູ້ຄົນໃນປະເທດຍີ່ປຸ່ນ ກໍມີວິທີການອອມເງິນທີ່ໜ້າສົນໃຈເຊັ່ນດຽວກັນ..ສູດການອອມເງິນນີ້ ສືບທອດກັນມາແລ້ວ ກວ່າ 117 ປີ ເຄັດລັບທີ່ວ່ານີ້ ກໍຄື คือ “Kakeibo” (ຄະເຄໂບະ) ມີຄວາມໝາຍວ່າ …

Leave a Reply

Your email address will not be published. Required fields are marked *