ສູດແກ້ບັນຫາສົ້ນໜ່ອງແຕກ

ສຳລັບຄົນທີ່ມີບັນຫາສົ້ນໜ່ອງແຕກ ກໍ່ຈະຮູ້ເລີຍວ່າມັນໜ້າລຳຄານພຽງໃດ ເພາະນອກຈາກຈະເປັນຮ່ອງບໍ່ງາມໜ້າເບິ່ງແລ້ວ ແຖມມັນຍັງຂູດເກາະມຸ້ງ, ຜ້າປູ,​ ຜ້າຫົ່ມໃນເວລານອນອີກ ດັ່ງນັ້ນ ມື້ນີ້ແອັດກໍ່ເລີຍຈະມາເອົາໃຈຄົນທີ່ສົ້ນໜ່ອງແຕກທັງຫຼາຍ ໂດຍນຳເອົາສູດວິທີການຮັກສາສົ້ນໜ່ອງແຕກມາຝາກ ເຊິ່ງຈະເຮັດໄດ້ແນວໃດນັ້ນເຮົາມາເບິ່ງພ້ອມກັນເລີຍ

ສູດນ້ຳເຜິ້ງ ວິທີໃຊ້ພຽງເທນ້ຳເຜິ້ງລົງນ້ຳອຸ່ນຈາກນັ້ນກໍ່ເອົາສຳລີຈຸ່ມນ້ຳທາທີ່ສົ້ນໜ່ອງທາທຸກມື້ປະ ໄວ້ 20 ນາທີແລ້ວຈິ່ງລ້າງອອກ
ນ້ຳມັນໝາກພ້າວ ພຽງທ່ານແຊ່ຕີນລົງນ້ຳອຸ່ນກ່ອນ ຈາກນັ້ນກໍ່ນວດດ້ວຍນ້ຳມັນໝາກພ້າວ ປະ ມານ 10 ນາທີ ແລ້ວກ່ອນນອນກໍ່ໃຫ້ໃສ່ຖົງຕີນກ່ອນນອນທຸກຄືນ

ກ້ວຍປະສົມນ້ຳມັນໝາກພ້າວ ພຽງບົດກ້ວຍ 1 ໜ່ວຍ ໃຫ້ລະອຽດຈາກນັ້ນກໍ່ນຳມາປະສົມກັບນ້ຳມັນໝາກພ້າວ 2 ບ່ວງ ຈາກນັ້ນກໍ່ນຳມາພອກໄວ້ສົ້ນໜ່ອງປະມານ 20 ນາທີ ໂດຍໃຊ້ຖົງຢາງຫຸ້ມໄວ້ ຈາກນັ້ນຈິ່ງລ້າງອອກ ແລ້ວກໍ່ຕາມດ້ວຍທາໂລຊັ່ນທາຜິວໃສ່
ເປືອກໝາກນາວ ແລະ ເກືອຂັດຜິວ ເຮົາຕ້ອງຂັດເຊລຜິວທີ່ຕາຍອອກໃຫ້ໝົດກ່ອນ ຈາກນັ້ນກໍ່ໃຊ້ເກືອຂັດຜິວທາໃສ່ເປືອກໝາກນາວ ແລ້ວຄ່ອຍໆຂັດທີ່ສົ້ນໜ່ອງ ທ່ານຈະສັງເກດເຫັນເຊລຜິວທີ່ຕາຍຄ່ອຍຫຼຸດອອກ ເຮັດເປັນປະຈຳ ແລ້ວສົ້ນໜ່ອງຈະໜຸ້ມຂຶ້ນ ຫາກໃຜເຮັດມາຫຼາຍວິທີແລ້ວແຕ່ສົ້ນໜ່ອງກໍ່ຍັງມັກແຕກແຫ້ງຄືເກົ່າ ລອງເອົາສີ່ວິທີທີ່ກ່າວມາຂ້າງເທິງນີ້ໄປໃຊ້ເບິ່ງຮັບຮອງວ່າໄດ້ຜົນດີເກີນຄາດ.

About admin

Check Also

ສູດລັບ ການອອມເງິນຂອງຊາວຍີ່ປຸ່ນ ສືບທອດກັນມາ 117 ປີ

ຖ້າເວົ້າເລື່ອງການອອມເງິນແລ້ວ ນອກຈາກເຢຍລະມັນ ແລະຈີນແລ້ວ ຜູ້ຄົນໃນປະເທດຍີ່ປຸ່ນ ກໍມີວິທີການອອມເງິນທີ່ໜ້າສົນໃຈເຊັ່ນດຽວກັນ..ສູດການອອມເງິນນີ້ ສືບທອດກັນມາແລ້ວ ກວ່າ 117 ປີ ເຄັດລັບທີ່ວ່ານີ້ ກໍຄື คือ “Kakeibo” (ຄະເຄໂບະ) ມີຄວາມໝາຍວ່າ …

Leave a Reply

Your email address will not be published. Required fields are marked *