1.ມີສານຕ້ານອະນຸມູນອິດສະຫຼະ ເພາະເຕັມໄປດ້ວຍແຫຼ່ງຂອງສານຕໍ່ຕ້ານອະນຸມູນອິດສະຫຼະ ແຮ່ທາດ ວິຕາມິນ ທັງສານໂພລິຟິນອລ ແລະສານກຸ່ມຟລາໂວນອຍ ມີລິດຊ່ວຍຫຼຸດຄວາມເສື່ອມຂອງເຊວ ຈຶ່ງມີລິດຍັບຢັ້ງແລະປ້ອງກັນເຊລມະເຮັງ
2.ຊ່ວຍຫຼຸດນ້ຳໜັກ ຜັກທີ່ມີແຄລໍລີ້ຕ່ຳຫຼາຍໝາກຊູ 100 ກຼາມ ໃຫ້ພະລັງງານພຽງ 16 ແຄລໍລີ້ແລະບໍ່ມີໄຂມັນຫຼືຄໍເລັດເຕີລອນອິ່ມໂຕອີກດ້ວຍ ນັກໂພຊະນາການຈຶ່ງມັກແນະນຳໃຫ້ເປັນອາຫານສຳລັບຜູ້ທີ່ຕ້ອງການຄວບຄຸມນ້ຳໜັກແລະຫຼຸດນ້ຳໜັກ
3.ເຕັມໄປດ້ວຍໄຟເບີ້ ໝາກຊູມີໄຟເບີ້ສູງຈຶ່ງຊ່ວຍເຮັດໃຫ້ອິ່ມທ້ອງດົນແລ້ວຍັງຊ່ວຍໃນການກະຕຸ້ນລະບົບຂັບຖ່າຍເຮັດໃຫ້ອາຈົມນຸ້ມ ປ້ອງກັນອາການທ້ອງຜູກ
4.ອາຫານສຳລັບຜູ້ປ່ວຍໂລກໝາກໄຂ່ຫຼັງ ໝາກຊູມີໂພເທສຊຍມໃນລະດັບປານກາງ ມາກຊູ 100 ກຼາມມີປະລິມານໂພເທສຊຽມ 125 ມິນລີກູາມ ຈຶ່ງເໝາະເປັນອາຫານສຳລັບຜູ້ປ່ວຍໂລກໄຂ່ຫຼັງ
5.ປ້ອງກັນຫວັດ ເປັນແຫຼ່ງທີ່ພຽງພໍຂອງສານຕ້ານອະນຸມູນອິດສະຫຼະ ວິຕາມິນຊີ ໝາກຊູ 100 ກຼາມ ມີປະລິມານວິຕາມິນຊີ 7.7 ມິນລີກຼາມ ຈຶ່ງຊ່ວຍປ້ອງກັນຫວັດ ເສີມສ້າງພູມຕ້ານທານໃຫ້ກັບຮ່າງກາຍ
6.ບຳລຸງແມ່ຖືພາ ໝາກຊູມີໂຟເຫຼດສູງເຊິ່ງເປັນສານອາຫານທີ່ຈຳເປັນຫຼາຍສຳລັບຜູ້ທີ່ກຳລັງຖືພາ ເຊິ່ງມີຜົນຕໍການຈເລີນເຕີບໂຕຂອງເດັກໃນທ້ອງ ຈຶ່ງຊ່ວຍປ້ອງກັນຂໍ້ບົກພ່ອງໃນເດັກແລກເກີດໄດ້
7.ເຕັມໄປດ້ວຍກຸ່ມວິຕາມິນບີລວມ ແລະແຮ່ທາດທີ່ສຳຄັນຕໍ່ຮ່າງກາຍເຊັ່ນ ໂຟເຫຼດ, ທາດເຫຼັກ, ແມງການິສ, ຟອສຟໍຣັສ, ສັງກະສີແລະທອງແດງ