ຂ່າວທົ່ວໄປ

ການຕິດເຊື້ອຈາກແຮງງານນຳເຂົ້າຫລຸດລົງ ແຕ່ມີການຕິດເຊື້ອໃນຊຸມຊົນເພີ່ມຂຶ້ນ

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານໃນວັນທີ 16 ກັນຍາ 2021 ນີ້ວ່າ:

ປັດຈຸບັນສະພາບການຕິດເຊື້ອຂອງພະຍາດ COVID-19 ໃນປະເທດພວກເຮົາ ໂດຍລວມແລ້ວ ແມ່ນມີທ່າອ່ຽງຫລຸດລົງ, ເນື່ອງຈາກ ກໍລະນີນຳເຂົ້າຈາກແຮງງານຫລຸດລົງ ແຕ່ສັງເກດເຫັນວ່າ ການຕິດເຊື້ອໃນຊຸມຊົນຢູ່ບາງແຂວງແມ່ນເພີ່ມຂຶ້ນ ເປັນຕົ້ນ ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ ແລະ ນະຄອນຫລວງວຽງຈັນ.

ຕໍ່ກັບສະພາບການດັ່ງກ່າວ,​ ຄະນະສະເພາະກິດ ໄດ້ປະເມີນ ພ້ອມທັງ ຕີລາຄາສະພາບ ແລະ ທ່າອ່ຽງຂອງການລະບາດ ຈຶ່ງໄດ້ອອກແຈ້ງການ ໃນການສືບຕໍ່ປະຕິບັດມາດຕະການຜ່ອນຜັນ ສະບັບເລກທີ 1177/ຫສນຍ, ລົງວັນທີ 15 ກັນຍາ 2021 ເຊິ່ງແຈ້ງການດັ່ງກ່າວ ກໍ່ແມ່ນການສືບຕໍ່ປະຕິບັດຄຳສັ່ງສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ແຈ້ງການສະບັບເລກທີ 1094/ຫສນຍ, ລົງວັນທີ 31 ສິງຫາ 2021​ ສຳລັບໄລຍະ 15 ວັນຕໍ່ໜ້າ ຈົນໄປເຖິງວັນທີ 30 ກັນຍາ 2021.

ການຕິດເຊື້ອໃນໄລຍະຜ່ານມາສັງເກດເຫັນວ່າເກີດຈາກການໄປຮ່ວມງານຊາປະນາກິດສົບ, ເກີດມີການແພ່ເຊື້ອສູ່ຄົນອອມຂ້າງ ແລະ ຄົນໃນຄອບຄົວ ເມື່ອກັບຈາກງານດັ່ງກ່າວ ເຊິ່ງສາເຫດກໍມາຈາກງານດັ່ງກ່າວ ຂາດມາດຕະການປ້ອງກັນການຕິດເຊື້ອຢ່າງຖືກຕ້ອງ ແລະ ເຂັ້ມງວດ ເຊັ່ນ:

ການວັດແທກອຸນຫະພູມ, ການຈຳກັດຈຳນວນຄົນເຂົ້າຮ່ວມກິນທານ, ການຮັບປະທານອາຫານ ລວມທັງ ກິດຈະກຳອື່ນໆ ທີ່ບໍ່ມີການຮັກສາໄລຍະຫ່າງ.

ສະນັ້ນ, ຄະນະສະເພາະກິດ ຈຶ່ງໄດ້ອອກຄຳແນະນຳເພິ່ມເຕີມ ກ່ຽວກັບ ການຈັດຕັ້ງປະຕິບັດງານຊາປະນາກິດສົບ,​ ສະບັບເລກທີ 4291/ສພກ, ລົງວັນທີ 15 ກັນຍາ 2021.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button