ປກສ ກຸ່ມສີວິໄລ ສຶກສາອົບຮົມຊາວໜຸ່ມຕັ້ງວົງຊຸມແຊວ ຖືເບົາຕໍ່ມາດຕະການ
ເວລາ 22:00 ໂມງ ວັນທີ 17 ກັນຍາ 2021, ປກສ ກຸ່ມສີວິໄລ ເມືອງໄຊທານີ ນວ ໄດ້ອອກກວດກາລາດຕະເວນພົບເຫັນຊາວໜຸ່ມຕັ້ງວົງຊຸມແຊວເຫຼົ້າເບຍຢູ່ຫ້ອງແຖວຢູ່ບ້ານ ສາຍນ້ຳເງິນ ເມືອງໄຊທານີ ນວ
ມີ 5 ຄົນ ຍິງ 3 ຄົນ ເຈົ້າໜ້າທີ່ຈຶ່ງໄດ້ເຊີນພວກກ່ຽວຂຶ້ນໄປຫ້ອງການບ້ານ ເພື່ອສຶກສາອົບຮົມ ແລະ ເຮັດບົດບັນທຶກໄວ້ ພ້ອມທັງມອບໃຫ້ບ້ານຕິດຕາມ.

ການຕັ້ງວົງຊຸມແຊວເຫຼົ້າເບຍເປັນສາເຫດທີ່ເຮັດໃຫ້ການແຜ່ລະບາດພະຍາດໂຄວິດ- 19 ໄດ້ງ່າຍ ແລະ ແຜ່ຂະຫຍາຍອອກເປັນວົງກວ້າງໄດ້ໄວ ກອງບັນຊາການ ປກສ ນວ ຮຽກຮ້ອງສັງຄົມ
ຈົ່ງພ້ອມກັນເປັນເຈົ້າການ ໃນການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ແລະ ປະຕິບັດພັນທະຊ່ວຍເຈົ້າໜ້າ ຖ້າພົບເຫັນມີການລະເມີດໃຫ້ແຈ້ງຂໍ້ມູນຜ່ານຊ່ອງທາງເບີວອບແອັບ 02028899774
ຂ່າວ: ປ້ອງກັນຄວາມສະຫງົບ ນວ
