1.ໂລກຜົມຫຼົ່ນ ຍິ່ງມີຄວາມຄິດຫຼາຍຜົມກໍ່ຍິ່ງຫຼົ່ນແຕ່ອີກປັດໃຈໜຶ່ງທີ່ທ່ານບໍ່ເຄີຍຄິດນັ້ນກໍ່ຄືການຂາດແສງແດດ ສັງເກດຫຼືບໍ່ວ່າສ່ວນຫຼາຍແລ້ວພະນັກງານຈະບໍ່ຄ່ອຍໄດ້ຮັບແສງ ແດດໃນຍາມເຊົ້າ ເພາະແດດໃນຍາມເຊົ້າຈະຊ່ວຍໃຫ້ເຮົາສັງເຄາະວິຕາມິນ K ທີ່ຈຳເປັນຕໍ່ຮ່າງກາຍລວມທັງໜັງຫົວອີກດ້ວຍ.
2.ອາການເຈັບຫົວ ໄມແກຣນ,ຄວາມຈຳເຊື່ອມ,ເມີລອຍ ເປັນປະຈຳສາເຫດດັ່ງກ່າວນີ້ກໍ່ຄົງຮູ້ໂດຍທົ່ວໄປວ່າເກີດຈາກຄວາມຄິດແຕ່ອີກສາເຫດໜຶ່ງທີ່ໜ້າສົນໃຈກໍ່ຄື:ອາຫານ,ດື່ມກາເຟຫຼາຍ,ອາຫານມີໄຂມັນສູງ,ກິນຊີ້ສັດຫຼາຍແຕ່ຂາດການອອກກຳລັງກາຍ.
3.ອາການເຈັບຕາ ນ້ຳຕາແຫ້ງໜ້າມືດໃນບາງຄັ້ງ ການສາຍແສງຂອງຕາຜິດປົກກະຕິ : ເພາະນອກຈາກຄວາມຄິດແລ້ວສາເຫດໃຫຍ່ໆກໍ່ຄືການນັ່ງໃນໜ້າຈໍກາຍມື້ລະ 6 ຊົ່ວໂມງ ແລະ ການຈ້ອງເບິ່ງໜ້າຈໍໃນບ່ອນມືດບໍ່ມີແສງ.
4.ອາການຄັນດັງ ເປັນຫວັດ ແລະ ພູມແພ້ ສາເຫດຂອງອາການຫຼັກໆແມ່ນມາຈາກການທີ່ຢູ່ໃນແຕ່ຫ້ອງແອບໍ່ໄດ້ຫາຍໃຈເອົາອາກາດສົດ.
5.ປາກເໝັນ ຖ້າມີຄວາມຄິດພະຍາດໃນຊ່ອງປາກກໍ່ຈະເຮັດວຽກຢ່າງມີປະສິດທິພາບ ແລະ ມີອາຫານຈຳພວກກາເຟ,ທາດເຫຼົ້າ ລວມທັງການເວົ້າຈາທີ່ໜ້ອຍກວ່າປົກກະຕິ.
6.ອາການເຈັບຄໍ ປວດບ່າໄຫຼ່,ເຈັບຂໍ້,ປວດນີ້ວມືເພາະເກີດຈາກການກິນໄປເຮັດວຽກໄປຈະເຮັດໃຫ້ອີ່ມຊ້າ ແລະ ກິນໄດ້ຫຼາຍ.
7.ອາການໂລກກະເພາະ ເກີດຈາກການຄິດຫຼາຍ,ນອນບໍ່ລັບ ແລະ ນອນບໍ່ພຽງພໍ ກໍ່ເປັນສາເຫດທີ່ຈະເຮັດໃຫ້ໜ້າຕາໝອງຄ້ຳ ແລະ ສຸຂະພາບອ່ອນເພຍໄດ້.
8.ສະດວງກົ້ນ: ແມ່ນເກີດມາຈາກການນັ່ງຫຼາຍເກີນໄປຈຶ່ງເຮັດໃຫ້ເກີດການນັ່ງທັບ ເສັ້ນເລືອດດຳບໍລິເວນປາຍລຳໄສ້ ແລະ ເຮັດໃຫ້ເກີດອາການເລືອດໄຫຼມາໂຮມກັນຈົນເປັນເກີດກ້ອນໄດ້