ຂ່າວທົ່ວໄປ
ຊົມເຊີຍ ເຈົ້າໜ້າທີ່ ກວດກາການເຂົ້າ-ອອກ ຕະຫຼອດ 24 ຊົ່ວໂມງ

ປກສ ເມືອງໄຊທີ ເພີ່ມຈຸດກວດກາອີກສອງຈຸດ ກວດກາການເຂົ້າ-ອອກ ຕະຫຼອດ 24 ຊົ່ວໂມງ
ວັນທີ 18 ກັນຍາ 2021, ປກສ ເມືອງໄຊທານີ ໄດ້ຕັ້ງຈຸດກວດກາການເຂົ້າ-ອອກເມືອງເພີ່ມອີກ 2 ຈຸດ
ໂດຍປະຕິບັດຕາມທິດຊີ້ນຳຂອງເຈົ້າເມືອງໄຊທານີ ແລະ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ກວດກາຢ່າງເຂັ້ມງວດ ຜັດປ່ຽນກັນປະຈຳການກວດກາຕະຫຼອດ 24 ຊົ່ວໂມງ ແລະ ປິດການສັນຈອນ ນັບແຕ່ເວລາ 22:00ໂມງ ຫາ 05:00 ໂມງເຊົ້າ
ເພື່ອງປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ບໍ່ໃຫ້ແຜ່ຂະຫຍາຍອອກສູ່ວົງກວ້າງ.
ຮ່ວມແຮງຮ່ວມໃຈຕ້ານການແຜ່ລະບາດພະຍາດໂຄວິດ-19 ໃຫ້ໝົດໄປແລະ ພ້ອມກັນປະຕິບັດພັນທະຊ່ວຍເຈົ້າໜ້າທີ່ ຖ້າພົບເຫັນມີການລະເມີດໃຫ້ແຈ້ງຂໍ້ມູນຜ່ານຊ່ອງທາງເບີວອບແອັບ 020 28899774
