ເຈົ້າຄອງນະຄອນຫລວງໄດ້ອອກຄຳສັ່ງ ເຊີ່ງຢູ່ໃນ ຂໍ້ 9 ແມ່ນ
9, ປີດຮ້ານຄາຣາໂອເກະ, ສະຖານບັນເທິງ, ກາຊີໂນ, ຮ້ານອິນເຕີເນັດຄາເຟ, ຮ້ານເກມ, ໂຮງສາຍ ຮູບເງົາ, ຮ້ານສະນຸກເກີ, ຮ້ານນວດ, ຮ້ານສະປາ, ຮ້ານຕັດຜົມ, ຮ້ານເສີມສວຍ, ສູນການຄ້າ, ຕະຫຼາດ ກາງຄືນ, ສວນອາຫານ, ສະຖານທີ່ທ່ອງທ່ຽວ, ເຮືອນພັກ, ຣີສອດ, ຮ້ານກິນ-ດື່ມ, ຮ້ານປະເພດປີ້ງຕ່າງໆ ທີ່ມີການບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ ແລະ

ການຂາຍເຄື່ອງຊະຊາຍຕາມແຄມທາງເຊັ່ນ: ການຂາຍ ຫວຍ, ເຄື່ອງຂອງ ແລະ ອາຫານ…
ເຊີ່ງໃຜຢາກຮູ້ລາຍລະອຽດເພີ່ມ ສາມາດອ່ານ ມາດຕະການ ລັອກດາວ ນະຄອນຫຼວງວຽງຈັນ ຮອດວັນທີ 30 ກັນຍາ 2021 ເຊິ່ງມີລາຍລະອຽດ ຕາມເອກະສານຂ້າງລຸ່ມ.
ມາດຕະການຕໍ່ຜູ້ລະເມີດ: ບຸກຄົນ ຫຼື ນິຕິບຸກຄົນ ທີ່ລະເມີດມາດຕະການຂອງຄະນະສະເພາະກິດຂັ້ນສູນກາງ,ນະຄອນຫຼວງວຽງຈັນ ແລະ ຄໍາສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ ຕ້ອງຖືກປັບໄໝ ຢ່າງເຂັ້ມງວດ ແລະ ເດັດຂາດ ດັ່ງນີ້:
– ບຸກຄົນລະເມີດ: ໃຫ້ປັບໄໝ 3.000.000 ກີບ/ຄົນ/ຄັ້ງ;
– ນິຕິບຸກຄົນລະເມີດ: ໃຫ້ປັບໄໝ 10.000.000 ກີບ/ນິຕິບຸກຄົນ/ຄັ້ງ.
ແຈ້ງການຂັ້ນເດັດຂາດ



