ງ່າຍສຸດໆ! ວິທີໃຊ້ນ້ຳໝາກນາວລຶບຮອຍຕີນກາ ເຮັດງ່າຍບໍ່ຕ້ອງງໍ້ຄຣີມລາຄາແພງໆ
ສີ່ງທີ່ຕ້ອງກຽມມີຄື:
– ນ້ຳໝາກນາວສົດ 1 ບ່ວງແກງ
– ນ້ຳເຜີ້ງ 1 ບ່ວງແກງ
– ໄຂ່ 1 ໜ່ວຍ(ເອົາແຕ່ໄຂ່ຂາວ)
– ແປ້ງສາລີ 2 ບ່ວງແກງ
ວິທີເຮັດມີດັ່ງນີ້:
1. ລ້າງໜ້າໃຫ້ສະອາດເຊັດໃບໜ້າໃຫ້ແຫ້ງ.
2. ປະສົມທັງໝົດໃຫ້ເຂົ້າກັນລະອຽດດີ.
3. ພໍປະສົມສຳເລັດແລ້ວເອົາມາພອກໜ້າໄວ້ 15 ນາທີ.
4. ຈາກນັ້ນລ້າງອອກດ້ວຍນ້ຳອຸ່ນໃຫ້ກ້ຽງສະອາດດີ.
ໂດຍສູດນີ້ ໝາກນາວຈະຊ່ວຍຂັດເຊວຜິວໜັງຢ່າງອ່ອນໂຍນ ເຮັດໃຫ້ຜີວເບີ່ງອ່ອນເຍົາ ແລະ ໄດ້ໄຂ່ເປັນແຫຼ່ງໂປຣຕີນ ແລະ ສານຕ້ານອະນຸມູນອິດສະຫລະ ອາທິດໜື່ງມີຢູ່ເຈັດມື້ ເຮັດປະມານ 1-2 ມື້ ກໍຖືວ່າໃຊ້ໄດ້ແລ້ວ.
ລອງເອົາສູດນີ້ໄປປະຕິບັດເບີ່ງເດີທ່ານຈະໄດ້ຮັບຜົນຢ່າງທີ່ໜ້າພໍໃຈ…!