1.ໃບມອນ
ໃບມອນມີລິດຊ່ວຍຊັບສານພິດຫຼຸດເບົາຫວານ ພຽງດື່ມຊາໃບມອນເປັນປະຈຳສາມາດລຸດນ້ຳຕານໃນເລືອດຂອງຜູ້ປ່ວຍໂລກເບົາຫວານ ແລະຜູ້ທີ່ມີຄວາມສ່ຽງເປັນໂລກເບົາຫວານ ໂດຍຊົງຊາໃບມອນແລ້ວປະໄວ້ປະມານ 3-5 ນາທີ ຫຼືໃຊ້ໃບມອນທັງໃບອ່ອນແລະໃບແກ່ນຳມາຕົ້ມນ້ຳດື່ມເຊົາແລງ ກໍ່ຈະຊ່ວຍຮັກສາໂລກເບົາຫວານໄດ້
2.ຜັກໜອກ
ເປັນສະໝຸນໄພທີ່ມີລິດເຢັນຈຶ່ງສາມາດດັບຮ້ອນ ມີຊັບພະຄຸນຊ່ວຍແກ້ຮ້ອນໃນ ໂຕຮ້ອນ ອ່ອນເພຍ ຊ່ວຍຫຼຸດລະດັບນ້ຳຕານໃນເລືອດໃນຜູ້ປ່ວຍໂລກເບົາຫວານໄດ້ດີ ໂດຍສາມາດກິນເປັນຜັກສົດ ຫຼືຕົ້ມໃນນ້ຳຮ້ອນແລ້ວດື່ມກ່ອນອາຫານ
3.ໝາກໃສ່
ມີສານທີ່ຊື່ວ່າ ຊາແຣນຕິນ ຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດ ກະຕຸ້ນການຫຼັ່ງອິນຊູລິນຈາກຕັບອ່ອນ ຊ່ວຍເສີມການເຜົາຜານນ້ຳຕານ ແລະຍັງຊະລໍການດູດຊຶມນ້ຳຕານບໍລິເວນລຳໃສ້ນ້ອຍ ຈຶ່ງຮັກສາໂລກເບົາຫວານໄດ້ດີ ໂດຍດື່ມຊາໝາກໃສ່ ໃຫ້ນຳເອົາໝາກໃສ່ຕາກແດດຈົນແຫ້ງແລ້ວຊົງກັບນ້ຳຮ້ອນ ຫຼືດື່ມນ້ຳຄັ້ນສົດນຳແກ່ນທາງໃນອອກແລ້ວນຳໄປປັ່ນຈົນລະອຍດແຍກກາກຫຼືບໍ່ກໍ່ໄດ້
4.ຫວ້ານຫາງແຂ້
ຜູ້ປ່ວຍເບົາຫວານພຽງດື່ມນ້ຳຫວ້ານຫາງແຂ້ຫຼືກິນເນື້ອວຸ້ນຫວ້ານຫາງແຂ້ ກໍ່ຈະຊ່ວຍໃຫ້ລະດັບນ້ຳຕານໃນເລືອດຫຼຸດລົງ ຫວ້ານຫາງແຂ້ສາມາດຊ່ວຍຄຸມລະດັບນ້ຳຕານຂອງຜູ້ປ່ວຍເບົາຫວານໄດ້ດີ ແລະບໍ່ເຮັດໃຫ້ມີອາການຂ້າງຄຍງຕໍ່ຕັບແລະໄຂ່ຫຼັງອີກດ້ວຍ
5.ຜັກຕຳນິນ
ການກິນ ໃບ ຮາກ ໝາກຂອງຕຳນິນ ຈະສາມາດຊ່ວຍຫຼຸດລະດັບນ້ຳຕານໃນເລືອດສຳລັບຜູ້ປ່ວຍເບົາຫວານ ມີການພົບວ່າໃບຕຳນິນຊ່ວຍໃຫ້ລະດັບອິນຊູລິນເພີ້ມຂື້ນ ຈຶ່ງເປັນຜັກທີ່ເໝາະສຳລັບຜູ້ປ່ວຍໂລກເບົາຫວານ ພຽງນຳເຄືອຕຳນິນແກ່ໆ 1 ກຳມື ໄປຕົ້ມກັບນ້ຳຮ້ອນດື່ມເຊົ້າ-ແລງ ຈະຊ່ວຍຫຼຸດນ້ຳຕານໃນເລືອດໄດ້