ແມງສາບເປັນບັນຫາທີ່ແກ້ໄຂໄດ້ຍາກ ມັກມີຢູ່ໃນບ້ານຂອງພວກເຮົາທຸກຄົນ ແລະ ເຮົາຈຳເປັນຕ້ອງຈັດການກັບພວກມັນທຸກມື້ມີຜະລິດຕະພັນຫຼວງຫຼາຍທີ່ມີຂາຍຢູ່ຕາມຕະຫຼາດເພື່ອຈັດການກັບແມງສາບທີ່ເຕັມຢູ່ບ້ານ ແຕ່ຜະລິດຕະພັນເຫຼົ່ານີ້ມາພ້ອມກັບຂໍ້ເສຍບາງຢ່າງເຊັ່ນ ຖິ້ມກິນທີ່ເໝັ້ນຕິດຢູ່ໃນບ້ານ ມີສານເຄມີຊຶ່ງເປັນອັນຕະລາຍຕໍ່ຮ່າງກາຍ ບໍ່ດົນພວກແມງສາບກໍ່ກັບມາອີກ
ແຕ່ມີວິທີແກ້ບັນຫາການກຳຈັດແມງສາບໃຫ້ຫາຍໄປຕະຫຼອດການດ້ວຍສູດນີ້ສິ່ງທີ່ເຈົ້າຕ້ອງກະກຽມໄຂ່ແດງດິບ 1 ໜ່ວຍ
ຜົງບໍຣິກຫຼືບໍແຮັກ 50 ກຮາມ (1.7 ອອນ)
ນຳໄຂ່ແດງ ແລະ ຜົງບໍແຮັກ ມາປະສົມໃຫ້ເຂົ້າກັນຈົນມີນື້ອໜຽວ ຈາກນັ້ນໃຫ້ປັ້ນເປັນລູກນ້ອຍໆ ມົນໆ ຖິ້ມໄວ້ປະມານ 1 ຊົ່ວໂມງ ແລ້ວນຳໄປວາງໄວ້ທົ່ວມຸມບ້ານຂອງເຈົ້າ ແລະ ກວດເຊັກໃຫ້ແນ່ໃຈອີກເທື່ອວ່າໄດ້ນຳໄປໄວ້ໃນຫ້ອງຄົວ ຫ້ອງນ້ຳ ຕູ້ເສື້ອຜ້າ ຊັ້ນວາງ ຕູ້ຄົວ ແລະ ສະຖານທີ່ອື່ນໆ ທີ່ເຈົ້າບໍ່ສາມາດເບິ່ງເຫັນແມງສາບ
ແມງສາບບໍ່ຮູ້ວ່າກ້ອນແປ້ງໜ່ວຍມົນໆນີ້ມີຫຍັງຢູ່ໃນນັ້ນ ແລະ ຈະເຮັດໃຫ້ເກີດຫຍັງຂຶ້ນກັບມັນ ມັນມີປະສິດທິພາບເຮັດໃຫ້ແມງສາບຕາຍໄດ້ໃນທັນທີຫຼືບໍ່ກໍມີອາການສາຫັດ ຈາກນີ້ໄປແມງສາບກໍຈະບໍ່ສາມາດນຳເຊື້ອພະຍາດມາສູ່ຄົນໄດ້ອີກຕໍ່ໄປ
3- 4 ອາທິດຕໍ່ມາເຈົ້າຈະເຫັນກອງແມງສາບຕາຍ ຫາກວ່າເຈົ້າຍັງມີໄຂ່ເຫຼືອຢູ່ໃຫ້ເຮັດຕາມຂັ້ນຕອນເກົ່າອີກເທື່ອເພື່ອເພີ່ມປະສິດທິພາບໃນການກຳຈັດເພາະມັນອາດໜີໄປຢູ່ໃນບ້ານຂອງເພື່ອນບ້ານເຈົ້
ເຈົ້າຈະຮູ້ສຶກປອດໄພທີ່ນຳໜ່ວຍມົນໆເຫຼົ່ານີ້ມາວາງໄວ້ທົ່ວບ້ານຂອງເຈົ້າ ເພາະມັນຈະບໍ່ເປັນອັນຕະລາຍຕໍ່ທັງສັດລ້ຽງແລະຄົນ
ຜົງບໍແຣັກມັກຈະໃຊ້ສຳລັບການຂ້າເຊື້ອພະຍາດ ແລະ ບໍ່ເປັນພິດ ແຕ່ຖ້າເຈົ້າບໍ່ສາມາດທີ່ຈະຫາຊື້ໄດ້ ໃຫ້ເຈົ້າໃຊ້ວິທີການແກ້ບັນຫາໂດຍການໃຊ້ກົດບໍຣິກ 3% ຊຶ່ງມີລາຄາບໍ່ແພງ ແລະ ສາມາດຫາໄດ້ໃນຮ້ານຂາຍຢາທົ່ວໄປ