ຄຸນປະໂຫຍດຂອງຫົວສີໄຄ ທີ່ມີຫຼາຍກວ່າໃຊ້ປະກອບອາຫານ !!

ຫົວສີໄຄສະໝຸນໄພໃນເຮືອນຄົວທີ່ເຮົານຳມາປຸງແຕ່ງອາຫານມາແຕ່ດົນນານ ມາເບີ່ງຄຸນປະໂຫຍດຂອງມັນທີ່ເຮົາບໍ່ເຄີຍຮູ້

ຫົວສີໄຄສະຫມຸນໄພທີ່ມີລັກສະນະເປັນກໍທີ່ມີການນິຍົມປູກໄວ້ໃນບ້ານ ແລະ ນໍາມາປຸງແຕ່ງອາຫານ ເປັນສະຫມຸນໄພທີ່ມີປະໂຫຍດ ແລະ ຊ່ວຍບັນເທົາພະຍາດບາງຊະນິດໄດ້ ແຕ່ຮູ້ບໍ່ວ່າທີ່ແທ້ແລ້ວພາຍໃຕ້ຕົ້ນແຂງໆ ແລະ ໃບທີ່ຄົມຂອງຫົວສີໄຄຍັງເຊື່ອງຄຸນປະໂຫຍດເອົາໄວ້ຢ່າງຫຼວງຫຼາຍຈົນຄາດບໍ່ເຖີງ ມາເບີ່ງຄຸນປະໂຫຍດຂອງຫົວສີໄຄມີດັ່ງນີ້:

ອຸດົມໄປດ້ວຍວິຕາມິນ

ຢ່າຄິດວ່າຫົວສີໄຄມີຄຸນປະໂຫຍດແຕ່ປຸງແຕ່ງອາຫານເທົ່ານັ້ນ ເພາະທີ່ແທ້ແລ້ວຫົວສີໄຄອຸດົມໄປດ້ວຍວິຕາມິນ ນອກຈາກນີ້ຍັງມີ ໂຟເລຕ ແມກນີຊຽມ ສັງກະສີ ທອງແດງ ທາດເຫຼັກ ໂຟແທສຊຽມ ຟອສຟໍຮັສ ແຄລຊຽມ ແມງການີສ. ວິຕາມິນຫຼວງຫຼາຍທີ່ມີຢູ່ໃນຫົວສີໄຄທີ່ເຮົາບໍ່ເຄີຍຮູ້ມາກ່ອນ.

ຊ່ວຍໄລ່ແມງໄມ້ຕ່າງໆ

ນອກຈາກນຳມາປຸງແຕ່ງໃນອາຫານແລ້ວ ຫົວສີໄຄຍັງມີຄຸນປະໂຫຍດໃນການໄລ່ແມງໄມ້ອີກດ້ວຍ ເພາະໃນຫົວສີໄຄມີນໍ້າມັນຫອມລະເຫີຍມີຢູ່ໃນໃບ ແລະ ໃນລຳຕົ້ນ ເຊີ່ງນໍ້າມັນຫອມລະເຫີຍເຫຼົ່ານີ້ສາມາດໄລ່ແມງໄມ້ໄດ້ເປັນຢ່າງດີ ເຊິ່ງເຮົາສາມາດເຫັນຜະລິດຕະພັນສະບູທີ່ມີສວ່ນປະສົມຂອງຫົວສີໄຄທີວາງຂາຍໃນຕະຫຼາດ.

ລ້າງສານຜິດ

ສຳລັບຄົນທີ່ຮັກສຸຂະພາບ ແລະ ມັກລ້າງສານຜິດໃນຮ່າງກາຍບໍ່ຄວນພາດ ເພາະວ່າມັນມີຄຸນສົມບັດໃນການ ລ້າງສານຜິດໃນຮ່າງກາຍດ້ວຍການເຮັດໃຫ້ທ່ານປັດສະວະລື້ອຍໆ ເນື່ອງຈາກສານເຄມີທີ່ຢູ່ໃນຫົວສີໄຄຈະຊ່ວຍເຮັດຄວາມສະອາດລະບົບຍ່ອຍອາຫານເຊັ່ນ: ຕັບ,ມ້າມ,ໝາກໄຂ່ຫຼັງ ແລະ ພົກຍ່ຽວ ຂັບສານຜິດ ແລະ ກົດຍູຣິອອກຈາກຮ່າງກາຍ ເຮັດໃຫ້ລະບົບຍ່ອຍອາຫານຂອງທ່ານສະອາດຂຶ້ນ ແລະ ເຮັດວຽກມີປະສິດທິພາບຫຼາຍຂຶ້ນ.

ຊ່ວຍ່ອຍອາຫານ

ຫົວສີໄຄເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ດີຂຶ້ນ ເພາະມີການສຶກສາໜຶ່ງພົບວ່າການດື່ມຊາຫົວສີໄຄຈະຊ່ວຍໃນການຍ່ອຍ ລົດອາການເຈັບທ້ອງ, ແກ້ຫວັດ, ຫຼຸດອາການປັ້ນໃນລຳໄສ້ ແລະ ຖອກທ້ອງໄດ້ ນອກຈາກນີ້ຍັງຊ່ວຍປ້ອງກັນ ແລະ ຫຼຸດແກ໊ສໃນລຳໄສ້ໄດ້ອີກດ້ວຍ.

ຊ່ວຍເສີມສ້າງ ແລະ ບຳລຸງລະບົບປະສາດ

ມີການສຶກສາຈຳນວນບໍ່ໜ້ອຍພົບວ່າຫົວສີໄຄສາມາດເສີມສ້າງ ແລະ ເສີມຄວາມແຂງແຮງໃຫ້ກັບລະບົບປະສາດໄດ້ ພິສູດໄດ້ງ່າຍໆດ້ວຍການນຳເອົານ້ຳມັນຫອມລະເຫີຍຈາກຫົວສີໄຄມາຢອດລົງເທິງຜີວໜັງຈະຮູ້ສຶກອຸ່ນໆເຊິ່ງມັນຈະເຮັດໃຫ້ກ້າມຊີ້ນຂອງເຮົາຜ່ອນຄາຍ ແລະ ຫຼຸກດອາການປັ້ນໄດ້ ແຕ່ຢ່າລືມວ່າທຸກຄັ້ງທີ່ຈະໃຊ້ນ້ຳມັນຫອມລະເຫີຍຫົວສີໄຄ ຄວນປະສົມມັນກັບນ້ຳມັນຕົວພາ  (Carrier oil) ແລະ ຫ້າມໃຊ້ນໍ້າມັນຫອມລະເຫີຍໂດຍກົງກັບຜີວເດັດຂາດ.

ຊ່ວຍຮັກສາອາການອັກເສບ

ຫົວສີໄຄສາມາດຊ່ວຍເຮັດໃຫ້ຮູ້ສຶກຜ່ອນຄາຍ ແລະ ບັນເທົາອາການປວດຕ່າງໆໄດ້ ນອກຈາກນີ້ຍັງຊ່ວຍອາການອັກເສບເຊິ່ງເປັນອາການປວດຕ່າງໆເຊັ່ນ ປວດເເຂ້ວ, ປວດກ້າມຊີ້ນ ຫຼື ອາການປວດຕາມຂໍ້ໄດ້ອີກດ້ວຍ ດັ່ງນັ້ນຖ້າຮູ້ສຶກ ປວດຕາມສ່ວນຕ່າງໆ ຂອງຮ່າງກາຍ ລອງຫານໍ້າມັນທີ່ປະສົມນໍ້າມັນຫອມລະເຫີຍຫົວສີໄຄມານວດເບີ່ງຮັບຮອງວ່າຫາຍດີແນ່ນອນ.

About admin

Check Also

ສູດລັບ ການອອມເງິນຂອງຊາວຍີ່ປຸ່ນ ສືບທອດກັນມາ 117 ປີ

ຖ້າເວົ້າເລື່ອງການອອມເງິນແລ້ວ ນອກຈາກເຢຍລະມັນ ແລະຈີນແລ້ວ ຜູ້ຄົນໃນປະເທດຍີ່ປຸ່ນ ກໍມີວິທີການອອມເງິນທີ່ໜ້າສົນໃຈເຊັ່ນດຽວກັນ..ສູດການອອມເງິນນີ້ ສືບທອດກັນມາແລ້ວ ກວ່າ 117 ປີ ເຄັດລັບທີ່ວ່ານີ້ ກໍຄື คือ “Kakeibo” (ຄະເຄໂບະ) ມີຄວາມໝາຍວ່າ …

Leave a Reply

Your email address will not be published. Required fields are marked *