🌀⛈️ແຈ້ງເຕືອນພາຍຸໝຸນເຂດຮ້ອນດຽນມູ (Dianmu) ປະຈຳວັນທີ່ ວັນທີ 24/09/2021 !!!
ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ພາຍຸເຂດຮ້ອນ ດຽນມູ (Dianmu) ຫົວທີ 15, ໃນເວລາ 7 ໂມງເຊົ້າຂອງວັນທີ 24 ກັນຍາ 2021 ມີຢູ່ຈຸດສູນກາງຢູ່ເສັ້ນຂະໜານທີ 15.7 ອົງສາເໜືອ ແລະ ເສັ້ນແວງທີ 108.8 ອົງສາຕາເວັນອອກ ແລະ ຍັງເຄື່ອນທີ່ມາທາງທິດ ຕາເວັນຕົກ-ຕາເວັນຕົກສ່ຽງເໜືອດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ ແລະ ຄວາມໄວສູງສຸດໃກ້ຈຸດສູນກາງແມ່ນ 18 ແມັດຕໍ່ວິນາທີ.
ພາຍຸຫົວນີ້ ຍັງຈະເຄື່ອນທີຢູ່ເຂດພາກໃຕ້, ພາກກາງ ແລະ ຈະສືບຕໍ່ຜ່ານພາກເໜືອດ້ານຕາເວັນຕົກ ຂອງປະເທດລາວ. ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ ແລະ ຕົກໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນເຊັ່ນ: ແຂວງ ອັດຕະປື, ຈຳປາສັກ, ເຊກອງ, ສາລະວັນ, ສະຫວັນນະເຂດ, ຄຳມ່ວນ, ປາກຊັນ, ໄຊສົມບູນ, ວຽງຈັນ,ນະຄອນຫຼວງວຽງຈັນ ແລະ ໄຊຍະບູລີ.
ແຈ້ງເຕືອນເຖີງພໍ່ແມ່ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາ ແຂວງ ດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກ
ໜັກ ທີ່ເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມຊູ, ນ້ຳຖ້ວມຍື່ງ ແລະ ລົມພັດແຮງ ຈະເຮັດໃຫ້ມີຕົ້ນໄມ້ຫັກລົ້ມ, ເຮືອນຊານເປ່ເພ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້.
ພະຍາກອນອາກາດແຕ່ເວລາ 07 ໂມງເຊົ້າ ຂອງວັນທີ 24 ກັນຍາ ຫາ ເວລາ 07 ໂມງເຊົ້າ ຂອງວັນທີ 25 ກັນຍາ 2021. ພາກເໜືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ ອຸນຫະພູມໃນລະຫວ່າງ 18 – 28 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ ອຸນຫະພູມໃນລະຫວ່າງ 19 – 33 ອົງສາ.
ນະຄອນຫຼວງວຽງຈັນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມລົມພັດແຮງຢູ່ບາງບໍລິເວນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 23 – 32 ອົງສາ.
ພາກກາງ (ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ເກືອບທົ່ວໄປ ແລະ ຈະມີຝົນຕົກໜັກ ຫາ ຕົກໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 85% ຂອງພາກ. ອຸນຫະພູມໃນລະຫວ່າງ 21 - 33 ອົງສາ.
ແຂວງໄຊສົມບູນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລະເວນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 17 – 27 ອົງສາ.
ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື): ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະມີຝົນຕົກໜັກ ຫາ ຕົກໜັກຫຼາຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 85% ຂອງພາກ.ອຸນຫະພູມໃນລະຫວ່າງ 21 – 33 ອົງສາ.
ສຳລັບ ເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70 %. ອຸນຫະພູມໃນລະຫວ່າງ 15 – 26 ອົງສາ.
