ນອກຈາກທີ່ເຮົາຈະນິຍົມນຳກ້ວຍມາກີນແລ້ວ ສ່ວນອື້ນໆຂອງກ້ວຍເຮົາກໍ່ຍັງສາມາດນໍາມາໃຊ້ປະໂຫຍດໄດ້ຫຼາຍຢ່າງ ອາດເອີ່ນໄດ້ວ່າເຮົາສາມາດໃຊ້ປະໂຫຍດຈາກຕົ້ນກ້ວຍໄດ້ທຸກສ່ວນຄື:
ລຳຕົ້ນ:
ໃຊ້ເຮັດອາຫານສັດ ເຊັ່ນ ອາຫານຂອງໝູ່ ແລະ ຍັງເປັນອາຫານຂອງຄົນອີກດ້ວຍ ກາບຕົ້ນກ້ວຍກໍ່ໃຊ້ເປັນສະໝຸນໄພໄດ້ເຊັນກັນ
ໃບຕົ້ນກ້ວຍ ຫຼື ໃບຕອງ:
ສະໄໝກ່ອນທີ່ຍັງບໍ່ມີພາດສະຕິກ ຄົນໂບຮານມັກໃຊ້ໃບຕອງເປັນພາຊະນະແທນຈານເຂົ້າແລະຍັງນຳມາໃຊ້ຫໍ່ອາຫານ ຫຼືເຮັດເຄື່ອງປະດິດ ເຊັ່ນ ກະທົງ ບາຍສີ
ດອກຫຼື່ປີກ້ວຍ:
ສ່ວນຊໍ່ດອກຂອງຕົ້ນກ້ວຍ ອັນປະກອບດ້ວຍດອກທີ່ຖືກຫຸ້ມຢູ່ພາຍໃນດ້ວຍໃບສີແດງຂະໜາດໃຫຍ່ ລັກສະນະເປັນກາບຊ້ອນກັນຈົນສຸດປາຍຊໍ່ ສ່ວນຫຼາຍນໍາມາປຸງແຕ່ງເປັນອາຫານໄດ້ ຫຼື່ ໃຊ້ບຳລຸງນ້ຳນົມຂອງແມ່ລຸກອ່ອນ
ໝາກກ້ວຍ:
ໃຊ້ກີນໄດ້ທັງອ່ອນ ແກ່ ແລະສຸກ ຖ້າໝາກທີ່ຍັງອ່ອນສາມາດນໍາມາປຸງແຕ່ງເປັນອາຫານໄດ້ ແລະ ສາມາດນຳມາເຮັດກ້ວຍສາບໄດ້ ສ່ວນກ້ວຍທີ່ສຸກດີແລ້ວສາມາດນໍາມາກີນໄດ້ເລີຍ ການກີນກ້ວຍສຸກມີຜົນດີຫຼາຍ.