ຊິງຊັບປະຊາຊົນ ໜີບໍ່ພົ້ນ ຖືກເຈົ້າຫນ້າທີ່ຈັບມາດຳເນີນຄະດີ

ເຫດການເລະດຶງສາຍຄໍ ສ່ວນຫລາຍເປົ້າຫມາຍຂອງການດຶງສາຍຄໍສ່ວນຫລາຍຜູ້ເສຍຫາຍແມ່ນເພດຍິງເຊິ່ງເຫດການດັ່ງກ່າວເກີດຂື້ນຢູ່ທາງແຂວງຈຳປາສັກ

ເຈົ້າຫນ້າທີ່ ປກສ ແຂວງຈຳປາສັກໄດ້ລາຍງານໃຫ້ຮູວ່າເຫດການຊິງຊັບຜົນລະເມືອງໃນຄັ້ງວັນທີ 7 ກັນຍາ 2021 ເຈົ້າຫນ້າທີ່ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ ໃນມື້ວັນທີ 7 ເດືອນກັນຍາ.

ໄດ້ມີຄົນຮ້າຍເປັນເພດຊາຍຂີ່ລົດຈັກຄິກໄອ້ ສີແດງດຳບໍ່ມີປ້າຍທະບຽນມາດຶງເອົາສາຍຄໍຂອງຕົນເອງ ເຊິ່ງມີນ້ຳຫນັກປະມານ 3 ບາດ ເຫດການນີ້ເກີດຂຶ້ນເຂດບ້ານພູຄູນ ນະຄອນປາກເຊ ແຂວງຈຳປາສັກ

ຫລັງຈາກເຈົ້າຫນ້າທີ່ໄດ້ຮັບແຈ້ງຄວາມຈຶ່ງໄດ້ປະສານສົມທົບກັບເຈົ້າຫນ້າທີ່ພາກສ່ວນທີ່ກ່ຽວຂ້ອງລົງເຂື່ອນໄຫວຕິດຕາມຂໍ້ມູນເພື່ອຊອກຫາເປົ້າຫມາຍ

ຕົກມາຮອດວັນທີ 14 ເດືອນກັນຍາ ຈຶ່ງສາມາດກັກໂຕຜູ້ກ່ຽວມາດຳເນີນຄະດີໄດ້

ຜູ້ກໍເຫດຊື່ທ້າວປາລະສັກ ອາຍຸ36 ປີອາຊີບກຳມະກອນ ຢູ່ບ້ານຄັນເກິ່ງ ນະຄອນປາກເຊ ແຂວງຈຳປາສັກ ເຄີຍຊິງຊັບດຶງສາຍຄໍມາແລ້ວ 9 ເທື່ອ.

About admin

Check Also

ສູດປະຣິຕະມຸງຄຸນ

ສູດປະຣິຕະມຸງຄຸນ ປັດເປົ່າສິ່ງບໍ່ດີອອກຈາກຂົວປາກເຊ ໃນວັນທີ່ 30/03/2023 ເວລາ 17:20 ໄດ້ເຮັດວີທີຕັດບາດຍາດນ້ຳທີ່ຂົວ ນະຄອນປາກເຊ ຫວັງວ່າຊີເກີດຜົນດີນໍ ລິ້ງຮູບ https://m.facebook.com/story.php?story_fbid=pfbid05rETP5ytpszU9DZX9WVLyhVh8wXSc192cLcEYHrBDK5YJFobExPpxVnxMFg9o33ql&id=100044567228155&mibextid=Nif5oz ກົດ Like ກົດ Share …

Leave a Reply

Your email address will not be published. Required fields are marked *