🔥 ໃນການຖະແຫຼ່ງຂ່າວ ຂອງຄະນະສະເພາະກິດ ວັນທີ 25/09/2021
ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຊີ້ແຈງໃຫ້ຮູ້ວ່າ:
ໃນສັງຄົມອອນລາຍ ໄດ້ສົ່ງຕໍ່ກັນ ຢ່າງຫຼວງຫຼາຍວ່າ ການດົມ ຫົວຜັກບົ່ວ-ຫົວຜັກທຽມ ສາມາດປ້ອງກັນພະຍາດໂຄວີດ19 ໄດ້ນັ້ນ, ໃນທາງວິທະຍາສາດ ແມ່ນບໍ່ສາມາດ ປ້ອງກັນໄດ້ ສະນັ້ນແນະນໍາໃຫ້ບັນດາທ່ານ ຢ່າຫຼົງເຊື່ອຂໍ້ມູນທີ່ບໍ່ມີຄວາມເປັນຈິງ.
