ພຣະເຈົ້າອົງຕື້ ເມືອງສຸ້ຍ ແຂວງຊຽງຂວາງ
ເປັນພຣະພຸທທະຮູບທອງສຳຣິດແບບປາງມາຣະວິໄຊ ເປັນພຣະພຸດທະຮູບປາງນັ່ງໃນທ່ານັ່ງຂັດສະມາດ ຂາຂວາເຕັງຂາຊ້າຍ ພະຫັດ(ມື) ຊ້າຍຫງາຍໄວ້ເທິງພະເພົາ (ຕັກ) ພະຫັດຂວາຂວໍ້າໄວ້ເທິງຂາຂວາ ປາຍນິ້ວພະຫັດຊີ້ລົງພື້ນດີນ
ພະກັນ(ຫູ) ຍາວ,ຮີມສົບໜາດ້ວຍຮູບແບບສິລະປະລ້ານຊ້າງ ແລະ ມີນ້ຳຫນັກຂອງທອງສຳຣິດຫລາຍຕື້ ເຊິ່ງມີຫນ້າຕັກ ອົງພຣະກວ້າງ 02 ແມັດ ສູງປະມານ 2.5 ແມັດ
* ພຣະພຸດທະຮູບອົງນີ້ເຊິ່ງເປັນຫນຶ່ງໃນບັນດາທີ່ພຣະເຈົ້າໄຊຍະເສດຖາທິຣາຊ ຊົງຮ່ວມກັບຣາຊດອນສ້າງຂຶ້ນ ຫລາຍອົງໃນສະໄຫມທີ່ພຣະອົງຍັງມີພຣະຊົນຊີບຢູ່ນັ້ນ ເຊິ່ງປະກອບໄປດ້ວຍ:
– ພຣະເຈົ້າອົງຕື້ ຂອງວັດອົງຕື້ ມະຫາວິຫາຣ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ .
– ພຣະເຈົ້າອົງຕື້ ຂອງວັດໂພນໄຊຍະເສດຖາທິຣາຊ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ.
– ພຣະເຈົ້າອົງຕື້ ຂອງວັດສີຊົມພູ ອົງຕື້ນ້ຳໂມງ ທ່າບໍ່ ໜອງຄາຍ ປະເທດໄທ
– ພຣະເຈົ້າອົງຕື້ ຂອງວັດອົງຕື້ ທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ.
– ພຣະເຈົ້າອົງຕື້ ຂອງວັດ ສີຼບຸນເຮືອງ ໄຊຍະຣາມ ເມືອງຊຳເຫນືອ ແຂວງ ຫົວພັນ.
– ພຣະເຈົ້າອົງຕື້ ເມືອງສຸ້ຍ ແຂວງ ຊຽງຂວາງ
ຂໍ້ມູນຂ່າວໂດຍ:https://laotemples.blogspot.com/2021/09/blog-post_28.html



