ຈາກການຖະແຫຼ່ງຂ່າວໂຄວິດ – 19 ຂອງຄະນະສະເພາະກິດ ປະຈຳວັນທີ່ 29 ກັນຍາ 2021 ພົບວ່າມີຜູ້ຕິດເຊື້ອໂຄວິິດເພີ່ມໃໝ່ 547 ຄົນ ຊົມຊຸນ 535 ຄົນ ຕິດເຊື້ອສະສົມ 23,488 ຄົນ ເສຍຊີວິດໃໝ່ 1 ຄົນ ລາຍລະອຽດແຕ່ລະແຂວງ ລຸ່ມນີ້:

ນະຄອນຫຼວງ 174 ຄົນ (ນຳເຂົ້າ 2 ຊຸມຊົນ 173 ຄົນ) ບໍ່ແກ້ວ 11 ຄົນ (ຊຸມຊົນ) ຫຼວງພະບາງ 49 ຄົນ (ຊຸມຊົນ) ແຂວງວຽງຈັນ 19 ຄົນ (ຊຸມຊົນ) ຊຽງຂວາງ 1 ຄົນ (ຊຸມຊົນ) ບໍລິຄໍາໄຊ 6 ຄົນ (ຊຸມຊົນ) ໄຊສົມບູນ 4 ຄົນ (ຊຸມຊົນ)
ຄຳມ່ວນ 141 ຄົນ (ຊຸມຊົນ) ສາລະວັນ 18 ຄົນ(ນໍາເຂົ້າ 3 ຊຸມຊົນ 15 ຄົນ) ສະຫວັນນະເຂດ 53 ຄົນ(ນໍາເຂົ້າ 3 ຊຸມຊົນ 50 ຄົນ) ຈຳປາສັກ 66 ຄົນ(ນຳເຂົ້າ 5 ຊຸມຊົນ 61 ຄົນ) ເຊກອງ 2 ຄົນ (ຊຸມຊົນ) ອັດຕະປື 2 ຄົນ (ຊຸມຊົນ)
ເສຍຊິວິດໃໝ່ 1 ຄົນ ເສຍຊີວິດສະສົມ 17 ຄົນ

ຢ່າງໃດກໍ່ຕາມຂໍໃຫ້ພີ່ນ້ອງຊາວລາວທຸກຄົນຈົງມີສະຕິລະວັງຕົວ ແລະ ມີມາດຕະການປ້ອງກັນໂຄວິດ 19 ໃຫ້ເຂັ້ມງວດ

ລາຍລະອຽດ ຜູ້ເສຍຊີວິດ
ຮ່ວມສະແດງຄວາມເສັຍໃຈ “ຄົນເຈັບເສຍຊີວິດ (01) ກໍລະນີ (ໃໝ່) ແລະ ເປັນກໍລະນີ (17) ຂອງ ສປປລາວ, ເພດຍິງ ອາຍຸ 57 ປີ, ບ້ານໂພນໂຮງ ແຂວງວຽງຈັນ.”
1. ເຂົ້າໂຮງໝໍວັນທີ 27 ກັນຍາ 2021, ຄົນເຈັບມີພະຍາດປະຈຳໂຕ DM ສັກ insulin (ເບົາຫວານຂັ້ນຮຸນແຮງ) ແລະ HTN,
2. ຍ້າຍມາຈາກສູນພະຍາບານສາດເວລາ 24 ໂມງ ຂອງວັນທີ 27 ກັນຍາ 2021, ອາການໄອ ອິດເມື່ອຍຫາຍໃຈຫອບ spO2 <60%,
3. ການປິ່ນປົວ ແມ່ນໄດ້ໃຫ້ຢາຕາມຄູ່ມືການປິ່ນປົວ ໃຫ້O2 ແບບhigh flow nasal ຈົນຮອດເວລາປະມານ 16 ໂມງ,
4. ຄົນເຈັບຫາຍໃຈຍາກຂຶ້ນ ມີອາການກະວົນກະວາຍ ອາການກ່ຳແຫຼ້ spO2ຕ່ຳລົງເລື່ອຍໆ ໄດ້ໃສ່ທໍ່ຊ່ວຍຫາຍໃຈ spO2
ຍັງຕໍ່າຕິດຕາມຈົນຮອດເວລາ23 ໂມງ ຄົນເຈັບຫົວໃຈຕີຊ້າລົງ ແລະ O2 ຕ່ຳລົງເລື່ອຍໆ ໄດ້ເຊີດຊູ ແລະ ເສຍຊີວິດເວລາ23:20 ວັນທີ 28 ກັນຍາ 2021.