ແມ່ຫຼາຍຄົນມີຄວາມກັງວົນພຶດຕິກໍາຂອງລູກນ້ອຍທີ່ມັກກັດເລັບເປັນຢ່າງຫຼາຍ ມື້ນີ້ເຮົາຈະພາເຈົ້າໄປທໍາຄວາມເຂົ້າໃຈກັບສາເຫດຜົນເສຍ ແລະ ການຮັບມືເມື່ອລູກມັກກັດເລັບເລື້ອຍໆ ຊຶ່ງຮັບຮອງເລີຍວ່າເຮັດແລ້ວໄດ້ຜົນແທ້ແນ່ນອນເປັນຫຍັງລູກຄືກັດເລັບພຶດຕິກໍາກັດເລັບໃນເດັກພົບວ່າມີຫຼາຍສາເຫດບໍ່ວ່າຈະເປັນຄວາມວິຕົກກັງວົນຄວາມເບື່ອ ການລຽນແບຄົນອື່ນເດັກນ້ອຍສາມາດເກີດ ຄວາມຄຽດໄດ້ເມື່ອຕ້ອງພົບກັບພາວະປ່ຽນແປງເຊັ່ນ ການເຂົ້າໂຮງຮຽນ ການທີ່ແມ່ມີນ້ອງໃຫ່ມ ບາງຄົນກໍ່ຮູ້ສຶກເບື່ອ ບໍ່ຮູ້ຈະເຮັດແນວໃດ ກໍ່ມັກຈະກັດເລັບຫຼິ້ນ ບາງຄົນກໍ່ຮຽນແບບຫມູ່ເຫັນຫມູ່ເຮັດ ກໍ່ຮູ້ສຶກຢາກເຮັດນໍາຜົນເສຍທີ່ບັນທອນລູກນ້ອຍຫາກມັກກັດເລັບເມື່ອລູກມັກກັດເລັບເລື້ອຍໆກໍ່ມີຜົນເສຍດັ່ງນີ້
1. ຕິດເຊື້ອໂລກ
ເດັກທີ່ມັກກັດເລັບດູດນິ້ວ ອົມນິ້ວ ຍ່ອມເຮັດໃຫ້ເຊື້ອໂລກຕ່າງໆເຂົ້າສູ່ຮ່າງກາຍ ໄດ້ງ່າຍເພາະຕາມຊອກເລັບຂອງລູກນ້ອຍມັກມີເຊື້ອໂລກຕ່າງໆ ຊ້ອນຢູ່ສົ່ງຜົນໃຫ້ເກີດຄວາມເຈັບປ່ວຍໄດ້ບໍ່ວ່າຈະເປັນໂລກຖອກທ້ອງ ໂລກມືເທົ້າປາກ ໂລກພະຍາດຕ່າງໆ
2. ເລັບຜິດຮູບ
ການກັດເລັບເຮັດໃຫ້ເລັບແຫວ່ງ ຍິ່ງສະສົມອາການກັດທີ່ຕໍ່ເນື່ອງເປັນເວລາດົນຈະຍິ່ງທໍາລາຍເນື້ອເຍື່ອຮອບໆເລັບໃຫ້ລູກລາມໄປເລື້ອຍຈົນເກີດແຜ ແລະ ຕິດເຊື້ອໄດ້ນອກຈາກນີ້ຍັງເຮັດໃຫ້ເລັບບໍ່ງາມ ແລະ ຜິດຮູບໄປຈາກເກົ່າຢ່າງຖາວອນອີກ
3. ແຂ້ວຜິດຮູບ
ການກັດເລັບກໍ່ສົ່ງຜົນເຖິງແຂ້ວໄດ້ເຊັ່ນກັນໂດຍເດັກທີ່ມັກເກດເລັບເປັນປະຈໍາແລະຕໍ່ເນື່ອງຍາວນານ ມັກເຮັດໃຫ້ແຂ້ວຍື່ນອອກມາຜິດປົກກະຕິ ກໍ່ຕິດເປັນນິໄສນອນກັດແຂ້ວໃນເວລາກາງຄືນ
4. ເສຍບຸກຄະລິກກະພາບ
ເດັກທີ່ມັກກັດເລັບ ມັກສະແດງອອກເຖິງເດັກທີ່ຂາດຄວາມຫມັ່ນໃຈຂີ້ຢ້ານຂີ້ກັງວົນບາງຄົນກໍ່ສະແດງຄວາມຄຽດອອກມາຢ່າງເຫັນໄດ້ຊັດເຮັດໃຫ້ກາຍເປັນຄົນບຸກຄະລິກກະພາບບໍ່ດີ
ວິທີຮັບມື ແລະ ແກ້ໄຂບັນຫາເດັກມັກກັດເລັບມື
1. ລົມກັບລູກດ້ວຍເຫດຜົນ
ແມ່ສາມາດລົມກັບລູກໃຫ້ເຂົ້າໃຈເຖິງຜົນເສຍຈາກການກັດເລັບຢ່າງຕົງໄປຕົງມາຈະດີກວ່າການຫ້າມຢ່າງດຽວໂດຍບໍ່ບອກເຫດຜົນຊຶ່ງລູກຈະໄດ້ຮູ້ຜົນລັບທີ່ແຍ້ທັງການຕິດເຊື້ອ ການເຈັບປ່ວຍຕ່າງໆຈົນອາດເຮັດໃຫ້ບໍ່ໄດ້ໄປໂຮງຮຽນ ແລະ ເຮັດໃຫ້ຫມູ່ລໍ້ລຽນພຶດຕິກໍາ
2. ໃຫ້ກໍາລັງໃຈແກ່ລູກ
ແມ່ຄວນໃກ້ຊິດ ແລະ ໃຫ້ກໍາລັງໃຈເມື່ອລູກເກີດພາວະຄຽດຈົນນໍາສູ້ການກັດເລັບບໍ່ວ່າຈະເປັນເມື່ອຕ້ອງໄປໂຮງຮຽນຫຼືມີນ້ອງໃຫ່ມ ມີຫມູ່ໃຫ່ມໂດຍຕ້ອງງົດການຂູ່ ຕຳນິ ດຸດ່າລູກ ຊຶ່ງເຮັດໃຫ້ລູກກັງວົນຫຼາຍຂຶ້ນ
3 ຕັດເລັບໃຫ້ລູກ ແລະ ທາດ້ວຍບໍລະເພັດ
ຕັດເລັບຂອງລູກໃຫ້ສັ້ນ ແລະ ທາດ້ວຍບໍລະເພັດ ເລັບຂອງລູກກໍ່ຈະສັ້ນ ແລະ ຂົມຈົນລູກກັດແລ້ວບໍ່ຢາກເຮັດອີກເຊິ່ງເປັນອີກຫນຶ່ງວິທີທີ່ໄດ້ຜົນດີຫຼາຍ
4. ປຶກສາແພດ
ຫາກເຮັດວິທີໃນເບື້ອງຕົ້ນແລ້ວບໍ່ໄດ້ຜົນໃຫ້ແມ່ພາລູກໄປພົບແພດເພື່ອຫາຫົນທາງແກ້ໄຂຢ່າປ່ອຍໄວ້ໃຫ້ເລື້ອລັງຈົນໃຫ່ຍ