ປກສ.ນວ ແຈ້ງເລື່ອງ ຄົນ ແລະ ພາຫະນະທີ່ອານຸຍາດຜ່ານບັນດາຈຸດກວດກາເຂົ້າ-ອອກ ນວ ແລະ ໃນຕົວເມືອງ
ໃນວັນທີ 28 ກັນຍາ 2021 ຫ້ອງການກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການເພີ່ມເຕີມເຖິງ ຄະນະບັນຊາ ແລະ ພະນັກງານປະຈຳຈຸດກວດກາທາງເຂົ້າ-ອອກ ນະຄອນຫລວງວຽງຈັນ ແລະ ຈຸດກວດກາຕາມເສັ້ນທາງຕ່າງ ໃນນະຄອນຫລວງວຽຈັນ ສະບັບເລກທີ 564/ຫກ, ລົງວັນທີ 28 ກັນຍາ 2021 ກ່ຽວກັບຄົນ ແລະ ພາຫານະ ຄວນໄດ້ອະນຸຍາດຜ່ານບັນດາຈຸດກວດກາ ເຂົ້າ-ອອກ ນະຄອນ ຫລວງວຽງຈັນ ແລະ ໃນຕົວເມືອງ.
ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫລວງວຽງຈັນ, ແຕ່ກໍ່ຍົກເວັ້ນໃຫ້ບຸກຄົນ ແລະ ນິຕິບຸກຄົນດັ່ງນີ້:
1. ການອານຸຍາດໃຫ້ຄົນ ແລະ ພາຫານະ ເດີນທາງປະຕູເຂົ້າ-ອອກນະຄອນຫລວງວຽງຈັນ ຕາມຈຸດກວດກາທາງບົກ: ລົດຂົນສົ່ງສິນຄ້າ ແລະ ລົດຂົນສົ່ງໂຄງການຕ່າງໆຂອງລັດຖະບານ; ບຸກຄົນທີ່ຖືກແຕ່ງຕັ້ງຈາກທາງການ ຫລື ອົງການຈັດຕັ້ງລັດໄປວຽກທາງລັດຖະການ; ຜູ້ທີ່ເຈັບເປັນ ຫລື ລົດແພດ; ບຸກຄົນທີ່ໄປທໍາການຜະລິດກະສິກໍາ ປູກຝັງ-ລ້ຽງສັດ ທີ່ໃກ້ຄຽງກັບບັນດາແຂວງທີ່ບໍ່ເປັນບ້ານແດງ.
2. ການອານຸຍາດຄົນ ແລະ ພາຫານະ ເດີນທາງພາຍໃນນະຄອນຫລວງ:
1) ພະນັກງານ ແລະ ພາຫານະ (ຕາມການແບ່ງປັນຂອງອົງການຈັດຕັ້ງທີ່ກ່ຽວຂ້ອງທີ່ມີການຢັ້ງຢືນ), ທະຫານ, ຕຳຫລວດ ທີ່ໄປປະຕິບັດໜ້າທີ່ຢູ່ກົມກອງ ຫລື ໄປເຮັດໜ້າທີ່ປ້ອງກັນໂຄວິດ;
2) ພະນັກງານ, ພາຫານະ (ລົດ) ຂອງບໍລິສັດທີ່ພົວພັນກັບການແພດ ແລະ ປິ່ນປົວຢາປົວພະຍາດ, ອາສາສະໝັກໜ່ວຍກູ້ໄພ, ອາສາສະໝັກເພື່ອປ້ອງກັນພະຍາດໂຄວິດ-19 ຢູ່ບັນສູນກັກກັນ-ສູນປິ່ນປົວ ທີ່ມີເອກະສານຢັ້ງຢືນ;
3) ພະນັກງານ ແລະ ພາຫານະ (ລົດ) ທີ່ໄປປະຕິບັດໜ້າທີ່ບໍລິການໄຟຟ້າ, ນ້ຳປະປາ, ການສື່ສານ-ໂທລະຄົມມານາຄົມ, ອະນາໄມເທດສະບານທີ່ມີເອກະສານຢັ້ງຢືນ (ນັບທັງອາສາສະໝັກຖ້າມີ);
4) ພະນັກງານສະເພາະກິດເພື່ອປ້ອງກັນ,ຄວບຄຸມ ແລະ ສະກັດກັ້ນພະຍາດໂຄວິດ-19 ຂັ້ນຕ່າງໆ ມີເອກະສານຢັ້ງຢືນ;
5) ບຸກຄົນທີ່ໄປທໍາການຜະລິດກະສິກຳ ປູກຝັງ-ລ້ຽງສັດ ມີການຢັ້ງຢືນຈາກບ້ານ (ບໍ່ແມ່ນບ້ານແດງ) ແລະ ລະບຸພື້ນທີ່ການຜະລິດບໍ່ແມ່ນເຂດແດງ;
6) ພະນັກງານ, ພາຫານະ (ລົດ) ຂົນສົ່ງສິນຄ້າຂອງບໍລິສັດຂະໜາດກາງ ແລະ ຂະໜາດໃຫຍ່ ທີ່ມີເອກະສານອານຸຍາດດຳເນີນທຸລະກິດ;
7) ພະນັກງານຮັບໃຊ້ສະຖານທູດ, ອົງ ການສະຫະປະຊາຊາດ ທີ່ມີເອກະສານຢັ້ງຢືນ; 8) ສະເພາະຜູ້ເຈັບເປັນຕ້ອງໄປໂຮງໝໍ (ກໍລະນີພິເສດ).
